ການຊ້ອມຮົບ “ງູຈົງອາງຄຳ ປີ 2013” ຢູ່ ໄທ

ການຊ້ອມຮົບ “ງູຈົງອາງຄຳ ປີ 2013” ຢູ່ ໄທ - ảnh 1
ການ​ຊ້ອມຮົບ “ງູ​ຈົງອາງ​ຄຳ ປີ 2012”
(ພາບ ອີນເຕີເນັດ)

(vovworld) - ວັນ​ທີ 11/2, ການ​ຊ້ອມ​ຮົບ​ປະຈຳ​ປີ​ດ້ວຍ​ຂອບ​ຂະໜາ​ດ​ໃຫຍ່​ທີ່​ມີ​ຊື່ວ່າ “ງູ​ຈົງອາງ​ຄຳ ປີ 2013” ​​ໄດ້​ເລີ່​ມ​ດຳ​ເນີນ​ຢູ່​ນະຄອນ ຊຽງ​ໄໝ່, ພາກ​ເໜືອ​ຂອງ​ໄທ. ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ມີ​ທະຫານ ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ ​ເກົາຫຼີ, ອິນ​ໂດ​ເນ​ເຊຍ, ມາ​ເລ​​ເຊຍ, ສິງ​ກາ​ໂປ ​ແລະ ປະ​ເທດ​ເຈົ້າພາບ​ໄທ 13.000 ຄົນ. ​ໃນ​ສູນ​ທອນ​ພົດ​ໄຂ​ການ​ຊ້ອມ​ຮົບ, ພົນ​ເຮືອ​ເອກ Samuel Locklear, ຜູ້​ບັນຊາກອງ​ບັນຊາ​ການ​ທະຫານ​ມະຫາ​ສະໝຸດປາ​ເຊ​ຟີ​ກ ຂອງ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບ “ງູ​ຈົງອາງ​ຄຳ ປີ 2013”  ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​​ເພື່ອ​ຮັກສາ​ສັນຕິພາບ​ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ອາຊີ - ປາ​ເຊ​ຟີ​ກ. ບັນດາ​ລາຍການ​ຊ້ອມຮົບ​ລວມມີ​ການ​ຝຶກ​ອົບຮົ​ມສູ້​ຮົບ ​ແລະ ຮັບ​ມື​ກັບ​ໄພພິບັດ, ​ໃນ​ນັ້ນ ​ເປັນ​ໜ້າ​ສົນ​ໃຈ​ແມ່ນ​ການ​ຊ້ອມ​ຮົບຍົກ​ພົນ​ຂຶ້ນ​ບົກ, ສູ້​ຮົບ​ໃນ​ປ່າ​ຕິບ, ອົບ​ປະຍົບປະຊາຊົນ ​ແລະ ຮັບ​ມື​ກັບ​ການ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ, ຊີວະ​ສາບ ​ແລະ ອາວຸດ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ