ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເຮື໋ອງອກທ້ວນ,
ຫົວໜ້າອົງການໄອຍະການປະຊາຊົນສູງສຸດສປປ.ເກົາຫຼີ Jang Byong Gyu
(ພາບ: hochiminhcity)
(vovworld) - ວັນທີ 03/12, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເຮື໋ອງອກທ້ວນ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງອົງການໄອຍະການປະຊາຊົນສູງສຸດສປປ.ເກົາຫຼີ, ໂດຍທ່ານ Jang Byong Gyu ຫົວໜ້າອົງການດັ່ງກ່າວນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ຕີລາຄາສູງການມາປະຕິບັດງານຂອງຄະນະຜູ້ແທນ, ທ່ານ ເຮື໋ອງອກທ້ວນ ຖືວ່າ, ຫວຽດນາມ ແລະ ສປປ.ເກົາຫຼີ ໄດ້ມີການພົວພັນອັນດີງາມນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ແລະ ຫວັງວ່າ ຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ. ທ່ານ ເຮື໋ອງອກທ້ວນ ຖືວ່າ, ເລື່ອງລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະ ອົງການໄອຍະການປະຊາຊົນສູງສຸດສປປ.ເກົາຫຼີ ໃນວັນທີ 02/12 ຈະຊ່ວຍໃຫ້ 2 ຝ່າຍຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນເປັນຢ່າງດີກວ່າ, ສ້າງປະຖົມປັດໃຈທີ່ຍິ່ງໃຫຍ່ກວ່າ ໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ສະໜິດແໜ້ນກວ່າ.
ສ່ວນທ່ານ Jang Byong Gyu ຢືນຢັນວ່າ, ສປປ.ເກົາຫຼີ ຈະມານະພະຍາຍາມ ແລະ ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.