ການນຳຫວຽດນາມສົ່ງໂທລະເລກຢື້ຢາມຖາມຂ່າວການນຳຟີລິບປີນກ່ຽວກັບເຫດວາງລະເບີດຊ້ອນ

(VOVWORLD) -ໂດຍໄດ້ຮັບຂ່າວວ່າເກີດເຫດວາງລະເບີດຊ້ອນ ແນໃສ່ໂບດຊາວຄຼິດ ຢູ່ເກາະ Jolo, ແຂວງ Sulu, ປະເທດຟີລິບປີນ ໃນວັນທີ 27 ມັງກອນ, ເຮັດໃຫ້ຫຼາຍຄົນຖືກຮັບບາດເຈັບ ແລະ ເສຍຊີວິດ.

ວັນທີ 28 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານປະທານາທິບໍດີຟີລິບປີນ Rodrigo Roa Duterte. ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານລັດຖະມົນຕີການຕ່າງປະເທດ ຟີລິບຟີນ Teodeoro Lopez Locsin ເຊັ່ນດຽວກັນ.

        ວັນທີ 28 ມັງກອນ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເຫດວາງລະເບີດຊ້ອນ ແນໃສ່ໂບດຊາວຄຼິດ ຢູ່ແຂວງ Sulu ນັ້ນ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ, ຫວຽດນາມ ກ່າວປະນາມຢ່າງຮຸນແຮງຕໍ່ເຫດການກໍ່ການຮ້າຍ. ຫວຽດນາມ ສະໜັບສະໜູນລັດຖະບານຟີລິບປີນ ຕ້ານການກໍ່ການຮ້າຍ ແລະ ເຊື່ອໝັ້ນວ່າ ຜູ້ກໍ່ເຫດບຸກໂຈມຕີຈະຖືກລົງໂທດຢ່າງເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ