(vovworld) - ກົມໃຫຍ່ທ່ອງທ່ຽວຫວຽດນາມ (KTO) ແລະ ກົມໃຫຍ່ທ່ອງທ່ຽວສ.ເກົາຫຼີ ປະຈຳຫວຽດນາມ ຈະຕັ້ງໜ້າຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ, ໃນການຜັນຂະຫຍາຍບັນດາການເຄື່ອນໄຫວແນໃສ່ດຶງດູດນັກທ່ອງທ່ຽວໄປມາຢ້ຽມຢາມເຊິ່ງກັນ ແລະ ກັນ. ນີ້ແມ່ນເນື້ອໃນຂອງໂຄງການຮ່ວມມືລະຫວ່າງ 2 ອົງການທ່ອງທ່ຽວຫວຽດນາມ ແລະ ສ.ເກົາຫຼີ ເຊິ່ງຖືກດຳເນີນໃນວັນທີ 20/10, ຢູ່ຮ່າໂນ້ຍ. ຕາມນັ້ນແລ້ວ, 2 ອົງການຈະຈັດບັນດາກຸ່ມນັກຊ່ຽວຊານໃຫ້ຄຳປຶກສາ ແລະ ບຳລຸງສ້າງພະນັກງານ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນດາເຫດການເຊິ່ງ 2 ຝ່າຍຈັດຕັ້ງ. ແລະກໍ່ໃນໂອກາດນີ້, KTO ໄດ້ລົງນາມຮ່ວມມືພັດທະນາການທ່ອງທ່ຽວກັບ Vietnam Airlines ແລະ ບໍລິສັດໃຫຍ່ທ່ອງທ່ຽວ Vietravel.