ການຮ່ວມມືຢ່າງມີສະຖຽນລະພາບກັບຈີນແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນຂອງລັດເຊຍ

(VOVWORLD) -ວັນທີ 08 ມິຖຸນາ, ທ່ານປະທານາທິບໍດີລັດເຊຍ ໄດ້ໄປຮອດນະຄອນຫຼວງປັກກິງ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຈີນ ຕາມຄຳເຊີນຂອງທ່ານປະທານປະເທດຈີນ ສີຈີ້ນຜິງ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານາທິບໍດີລັດເຊຍ Putin ໄດ້ມີການເຈລະຈາກັບທ່ານປະທານປະເທດຈີນ ສີຈີ້ນຜິງ.

ທ່ານປະທານາທິບໍດີ Putin ໄດ້ຕີລາຄາສູງການຮ່ວມມືຢ່າງມີສະຖຽນລະພາບເຊິ່ງ 2 ປະເທດບັນລຸໄດ້ຢູ່ໃນລະດັບບໍ່ເຄີຍມີມາກ່ອນ. ທ່ານຖືວ່າ, ການຮ່ວມມືຢ່າງມີສະຖຽນລະພາບກັບຈີນ ແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນຂອງລັດເຊຍ.

      ກ່ອນໜ້ານັ້ນ, ໃນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ, ທ່ານປະທານາທິບໍດີ Putin ສະແດງຄວາມປິຕິຊົມຊື່ນທີ່ໄດ້ເຂົ້າຮ່ວມການພົບປະຄັ້ງນີ້, ຍ້ອນມີກາລະໂອກາດປຶກສາຫາລືກ່ຽວກັບການຮ່ວມມືລັດເຊຍ - ຈີນ ຕາມກົນໄກຫຼາຍຝ່າຍ ໃນຂອບເຂດອົງການຈັດຕັ້ງຮ່ວມມືຊຽງໄຮ້ ກໍຄືບັນດາຮູບການຮ່ວມມື 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ