(ພາບ:quangninh.gov.vn)
(VOV)- ວັນທີ 1/10 ແມ່ນວັນຜູ້ອາຍຸສູງສາກົນ. ໂດຍຕອບສະໜອງວັນຜູ້ອາຍຸສູງສາກົນປີນີ້, ບັນດາແຂວງນະຄອນໄດ້ຍູ້ແຮງການເຄື່ອນໄຫວຕ່າງໆຄື:ສຶກສາອົບຮົມໂຄສະນາກ່ຽວກັບບົດບາດ, ອິດທິພົນຊື່ສຽງຂອງຜູ້ອາຍຸສູງ, ຈັດການລະຫຼິ້ນໃຫ້ແກ່ຜູ້ອາຍຸສູງ; ລົງຢ້ຽມຢາມຖາມຂ່າວ, ເບິ່ງແຍງດູແລຜູ້ອາຍຸສູງ. ສະມາຄົມຜູ້ອາຍຸສູງທ້ອງຖິ່ນຕ່າງໆໄດ້ຍູ້ແຮງຂະບວນການແຂ່ງຂັນ “ຜູ້ມີອາຍຸສູງ-ແບບຢ່າງທີ່ດີ“ ເໝາະສົມກັບສະພາບຕົວຈິງຂອງທ້ອງຖິ່ນ ແລະ ຫົວໜ່ວຍ. ທ່ານ Dam Huu Dac ຮອງປະທານຜູ້ປະຈຳການສະມາຄົມຜູ້ອາຍຸສູງຫວຽດນາມ ໃຫ້ຮູ້ວ່າ:
“ໃນໄລຍະທີ່ຈະມາເຖິງ, ໂດຍປະຕິບັດຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍສະມາຄົມຜູ້ອາຍຸສູງຫວຽດນາມ ຄັ້ງທີ 4 ໄລຍະ 2011-2016, ຈະມີ 2 ລາຍການສຳຄັນທີ່ສຸດຄື: ລາຍການດວງຕາສະຫວ່າງໃຫ້ແກ່ຜູ້ອາຍຸສູງ ແລະ ຜູ້ອາຍຸສູງເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ, ກໍ່ສ້າງຊົນນະບົດ. ສັງຄົມພວກເຮົາຕ້ອງຮ່ວມແຮງຮ່ວມໃຈເພື່ອຊ່ວຍຜູ້ອາຍຸສູງຕ້ານກັບສະພາບຕາບອດຕາຝາງ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ. ໃນການກໍ່ສ້າງຊົນນະບົດໃໝ່ ຜູ້ອາຍຸສູງມີຫຼາຍບົດຮຽນໃນບັນຫານີ້ຫຼາຍຈະຊ່ວຍທ້ອງຖິ່ນໄດ້ດີກ່ວາ“