ທ່ານນາງ Nguyen Thi Kim Tien ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ລົງຢ້ຽມຢາ ເດັກນ້ອຍຖຶກພະຍາດຫນັກ
ພາບປະກອບ: :internet
|
(vovworld) - ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1/6, ຕອນບ່າຍວັນທີ 31/5, ທ່ານນາງ Nguyen Thi Kim Tien ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ 30 ຖົງ ໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ຖືກຕິດພະຍາດຫນັກ ທີ່ພວມຮຳ່ຮຽນໃນຊຸດຮຽນແຫ່ງຄວາມຫວັງ ຢູ່ ໂຮງໝໍ ເດັກສູນກາງ. ທ່ານນາງ ລັດຖະມົນຕີ Nguyen Thi Kim Tien ຢືນຢັນວ່າ: ຊຸດຮຽນນີ້ ຢູ່ ໂຮງໝໍ ແມ່ນມີລັກສະນະວັດທະນະທຳມະນຸດ ຊ່ວຍໃຫ້ພວກຫລານຖືກຕິດພະຍາດຫນັກ ບັນເທົາຄວາມເຈັບປວດທາງຮ່າງກາຍໄດ້ສ່ວນໃດສ່ວນຫນຶ່ງ ກໍຄືແບ່ງເບົາຄວາມຫຍຸ້ງຍາກກັບບັນດາຄອບຄົວທີ່ມີລູກພວມປິນປົວຢູ່ໂຮງໝໍ. ທ່ານນາງ Nguyen Thi Kim Tien ເວົ້າວ່າ:
“ຕາມທຳມະດາແລ້ວ ປິນປົວຄົນເຈັບ ແມ່ນຕ້ອງນຳໃຊ້ຢຸກຢາ, ອາຫານ ແລະ ປັດໄຈຈິດຕະສາດ. ແລະ ປັດໄຈຈິດຕະສາດ ແມ່ນມີຄວາມໝາຍຕັດສິນເຖິງໝາກຜົນການປິນປົວ, ເປັນຕົ້ນແມ່ນສຳລັບພະຍາດຊຳເຮື້ອ ແລະ ພະຍາດຫນັກ. ຄວາມມານະຈິດ, ແລະ ຄວາມມ່ວນຊື່ນສາມາດຊ່ວຍໃຫ້ພວກຫລານຮູ້ສຶກວ່າ ໄລຍະເວລານອນໂຮງໝໍບໍ່ດົນເກີນໄປ, ພະຍາດຈະຫາຍດີໄວກວ່າ.”