ການເຄື່ອນໄຫວຂອງຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ຢູ່ ມາດາກາສກາ

(VOVWORLD) - ລັດຖະບານຫວຽດນາມຍາມໃດກໍຖືເປັນສຳຄັນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ເຊິ່ງແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະເທດຊາດຫວຽດນາມໄດ້
ການເຄື່ອນໄຫວຂອງຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ຢູ່ ມາດາກາສກາ - ảnh 1ທ່ານຮອງປະທານສະພາແຫ່ງຊາດຟຸ່ງກວັກຫຽນ ຖ່າຍຮູບກັບປະຊາຄົມພໍ່ແມ່ພີ່ນ້ອງຊາວຫວຽດນາມຢູ່ ມາດາກາສກາ

    ໂດຍສືບຕໍ່ການຢ້ຽມຢາມ ມາດາກາສກາ, ຕອນບ່າຍວັນທີ 24 ມີນາ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫຽນ ໄດ້ໄປວາງພວງມາລາ ທີ່ອະນຸສາວະລີ ປະທານໂຮ່ຈີມິນ ຢູ່ນະຄອນຫຼວງ Antananarivo, ຢ້ຽມຢາມ ແລະ ໂອ້ລົມກັບປະຊາຄົມຊາວ ຫວຽດນາມຢູ່ ມາດາກາສກາ.  

        ປັດຈຸບັນ ຊາວຫວຽດນາມທີ່ພວມດຳລົງຊີວິດຢູ່ ມາດາກາສກາ ແມ່ນມີປະມານ 400 ຄົນ. ສະເພາະຢູ່ນະຄອນຫຼວງ Antananarivo, ພໍ່ແມ່ພີ່ນ້ອງເຊື້ອຊາດຫວຽດນາມໄດ້ເຕົ້າໂຮມກັນ ແລະ ສ້າງຕັ້ງ “ປະຊາຄົມພໍ່ແມ່ພີ່ນ້ອງຊາວຫວຽດນາມຢູ່ ມາດາກາສກາ”. ທ່ານຮອງປະທານສະພາແຫ່ງຊາດ    ຟຸ່ງກວັກຫຽນ ເນັ້ນໜັກວ່າ ລັດຖະບານຫວຽດນາມຍາມໃດກໍຖືເປັນສຳຄັນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ເຊິ່ງແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະເທດຊາດຫວຽດນາມໄດ້. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫຽນ ປາດຖະໜາຢາກໃຫ້ພໍ່ແມ່ພີ່ນ້ອງຊາວຫວຽດນາມ ຍາມໃດກໍມີຄວາມສາມັກຄີ ແລະ ປະຕິບັດຕາມລະບຽບກົດໝາຍ ຂອງປະເທດປະຈຳຖິ່ນໃຫ້ເປັນຢ່າງດີ ແລະ ສືບຕໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ ແລະ ປະເທດຊາດຂອງຕົນ

ຕອບກັບ

ຂ່າວ/ບົດ​ອື່ນ