ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ

(VOVWORLD) - ໂດຍສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 -21/6/2017), ວັນທີ 19 ມິຖຸນາ, ສະມາຄົມນັກຂ່າວແຂວງ ເທື່ອທຽນ - ເຫ້ວ ໄດ້ຈັດຕັ້ງພິທີມອບລາງວັນສື່ມວນຊົນແຂວງຄັ້ງທີ 10 ປີ 2017 ຂຶ້ນ. 

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ - ảnh 1ການມອບລາງວັນສື່ມວນຊົນຢູ່ ເທື່ອທຽນເຫ້ວ

(ພາບ: ສື່ເອເລັກໂຕນິກ ເທື່ອທຽນເຫ້ວ)

ເນື່ອງໃນໂອກາດນີ້, ສະມາມຄົມນັກຂ່າວແຂວງ ເທື່ອທຽນ ເຫ້ວ ແລະ ບັນດາອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນໃນບໍລິເວນໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ. ເປັນໜ້າສົນໃຈແມ່ນ, ໃນວັນທີ 9 -10 ມິຖຸນາ, ຢູ່ນະຄອນ ເຫ້ວ ໄດ້ຈັດຕັ້ງການແຂ່ງຂັນກິລາບານເຕະຂອງ ສື່ມວນຊົນພາກກາງຄັ້ງທີ 4 ອັນໄດ້ດຶງດູດນັກກິລາຫຼາຍກ່ວາ 300 ຄົນຂອງ 8 ທິມເຂົ້າຮ່ວມ.

        ແລະກໍ່ໃນວັນດຽວກັນ, ສະມາຄົມນັກຂ່າວແຂວງ ນາມດິ້ງ ໄດ້ສະຫລຸບ, ມອບລາງວັນສື່ມວນຊົນ ນາມດິ້ງ ຄັ້ງທີ 3 ແລະ ຊາບຊຶມ 10 ຂໍ້ກຳນົດກ່ຽວກັບຈັນຍາບັນຂອງຜູ້ເປັນນັກຂ່າວ, ບັນນາທິການ ຢູ່ບັນດາອົງການສື່ມວນຊົນໃນບໍລິເວນ.

        ຕອນບ່າຍວັນທີ 19 ມິຖຸນາ, ຄະນະໂຄສະນາສຶກສາຄະນະພັກແຂວງ ຮ່ວາບີ່ງ ໄດ້ສົມທົບກັບສະມາຄົມນັກຂ່າວແຂວງ ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ. ເນື່ອງໃນໂອກາດນີ້, ສະມາຄົມນັກຂ່າວແຂວງ ຮ່ວາບີ່ງ ໄດ້ມອບຫຼຽນໄຊເພື່ອພາລະກິດສື່ມວນຊົນ ຫວຽດນາມ ໃຫ້ສະມາຊິກສະມາຄົມ 6 ຄົນ, ມອບລາງວັນສື່ມວນຊົນ ຮ່ວາບີ່ງ ປີ 2016 ໃຫ້ຜູ້ຂຽນຂ່າວຫຼາຍທ່ານ.

        ທີ່ການພົບປະສັງສັນສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ, ສະມາຄົມນັກຂ່າວ ຊອກຈັງ ໄດ້ຫວນຄືນມູນເຊື້ອຂອງສື່ມວນຊົນ ຫວຽດນາມ. ໄລຍະມໍ່ໆມານີ້, ການເຄື່ອນໄຫວສື່ມວນຊົນ ຊອກຈັງ ມີຫຼາຍຈຸດດີ, ລະບົບສື່ມວນຊົນໄດ້ປະຕິບັດພາລະໜ້າທີ່ເປັນກະບອກສຽງຂອງອຳນາດການປົກຄອງ, ແມ່ນເວທີປາໄສຂອງປະຊາຊົນ, ປະກອບສ່ວນສຳຄັນໃນການລະດົມອິດທິກຳລັງໃຈບັນດາຂະບວນການເຄື່ອນໄຫວປະຕິວັດ, ຍົກສູງສະຕິລະວັງຕົວປະຕິວັດ, ຕ້ານຄືນບັນດາກຳລັງທີ່ເປັນປໍລະປັກ, ປະກອບສ່ວນກຳນົດທິດໃຫ້ຫາງສຽງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ