ການໃຊ້ຄວາມຮຸນແຮງສືບຕໍ່ປີນຂັ້ນໄດລະຫວ່າງອິດສຣາແອນແລະປາແລດຕິນ
(ພາບປະກອບ: tinmoi)
(vovworld) – ວັນທີ 10/10, ຢ່າງໜ້ອຍສຸດມືຊາວປາແລດສຕິນ 3 ຄົນເສຍຊີວິດ ແລະ ຊາວອິດສຣາແອນ 2 ຄົນເສຍຊີວິດ ແລະ ຮັບບາດເຈັບ ໃນສະພາບການໃຊ້ຄວາມຮຸນແຮງສືບຕໍ່ປີນຂັ້ນໄດລະຫວ່າງປາແລດສຕິນ ແລະ ອິດສຣາແອນ ອັນໄດ້ກໍຄວາມເປັນຫ່ວງກັງວົນຕໍ່ສະພາບການທີ່ບໍ່ສາມາດຄວບຄຸ້ມໄດ້. ຕຳຫຼວດອິດສຣາແອນ ໄດ້ຍິງຜູ້ຊາຍປາແລດສຕິນ ຄົນໜຶ່ງເສຍຊີວິດ ພາຍຫຼັງຜູ້ຊາຍຄົນນີ້ຮັບຖືວ່າ ເປັນຜູ້ແທງ 2 ຄົນອິດສຣາແອນ ຮັບບາດເຈັບຢູ່ Jerusalem. ແລະກໍໃນວັນດຽວກັບ, ຊາວປາແລດຕິນ 2 ຄົນຖືກເສຍຊີວິດຍ້ອນຕຳຫຼວດອິດສຣາແອນ ຍິງ. ກ່ອນໜ້ານັ້ນ, ບັນດາການປະທະກັນເກີດຂຶ້ນໃນວັນທີ 09/10, ໄດ້ເຮັດໃຫ້ 7 ຄົນເສຍຊີວິດ ແລະ ກວ່າ 90 ຄົນຮັບບາດເຈັບ.