(VOVWORLD) -ມາຮອດປະຈຸບັນ, ມີຜູ້ອອກແຮງງານນັບພັນໆຄົນບໍ່ກັບເມືອບ້ານເພື່ອຫຼີກລ້ຽງການຕິດແປດເຊື້ອພະຍາດ, ໂດຍສະເພາະແມ່ນຜູ້ອອກແຮງງານທາງພາກໃຕ້ຫວຽດນາມ.
ທ່ານປະທານສະຫະພັນໃຫຍ່ແຮງງານຫວຽດນາມ ຫງວຽນດິ່ງແຄງ
(ພາບ: congdoanhanoi.org.vn)
|
ຕໍ່ໜ້າການຜັນແປຂອງໂລກລະບາດໂຄວິດ-19, ຄະນະປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ຮຽກຮ້ອງໃຫ້ຊາວຜູ້ອອກແຮງງານຕ້ອງຈຳກັດການໄປມາ, ຊັ່ງຊາກ່ຽວກັບເລື່ອງກັບເມືອບ້ານຕ້ອນຮັບບຸນເຕັດ.
ຜ່ານການຕິດຕາມ, ກຳແໜ້ນສະພາບການຂອງກຳມະບານທຸກຂັ້ນ, ທ່ານປະທານສະຫະພັນໃຫຍ່ແຮງງານຫວຽດນາມ ຫງວຽນດິ່ງແຄງ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ມີຜູ້ອອກແຮງງານນັບພັນໆຄົນບໍ່ກັບເມືອບ້ານເພື່ອຫຼີກລ້ຽງການຕິດແປດເຊື້ອພະຍາດ, ໂດຍສະເພາະແມ່ນຜູ້ອອກແຮງງານທາງພາກໃຕ້ຫວຽດນາມ. ທ່ານ ຫງວຽນດິ່ງແຄງ ສະເໜີໃຫ້ກຳມະບານທຸກຂັ້ນຈົ່ງປະຕິບັດວຽກງານເບິ່ງແຍງດູແລບຸນເຕັດໃຫ້ແກ່ຜູ້ອອກແຮງງານ, ບໍ່ປະໃຫ້ຜູ້ອອກແຮງງານໃດບໍ່ມີບຸນເຕັດ.
ສຳລັບບັນດາຜູ້ອອກແຮງງານບໍ່ກັບເມືອບ້ານ, ອົງການນີ້ໄດ້ຊີ້ນຳກຳມະບານທຸກຂັ້ນສົມທົບກັບອຳນາດການປົກຄອງທ້ອງຖິ່ນຕ່າງໆຈັດຕັ້ງການເຄື່ອນໄຫວເບິ່ງແຍງດູແລຊີວິດທາງດ້ານຈິດໃຈ, ວັດຖຸໃຫ້ແກ່ຜູ້ອອກແຮງງານ.