(vovworld) – ວັນທີ 4/9, ດ້ວຍບັດສະໜັບສະໜູນ 10 ບັດ, ບັດຄັດຄ້ານ 7 ບັດ ແລະ ບັດຂາວ 1 ບັດ, ກຳມາທິການພົວພັນຕ່າງປະເທດສະພາສູງ ອາເມລິກາ ໄດ້ຮັບຮອງເອົາມະຕິອະນຸຍາດໃຫ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ Barack Obama ນຳໃຊ້ກຳລັງອາວຸດຕ້ານ ຊີຣີ ດ້ວຍສາຍເຫດທີ່ວ່າ ລັດຖະບານປະເທດນີ້ “ນຳໃຊ້ອາວຸດເຄມີຕ້ານສາມັນຊົນ”. ມະຕິດັ່ງກ່າວຈະໄດ້ສົ່ງເຖິງສະພາສູງ ອາເມລິກາ ໃນອາທິດໜ້າເພື່ອໃຫ້ສັດຕະຍາບັນ. ຕາມມະຕິແລ້ວ, ທ່ານປະທານາທິບໍດີ Obama ມີສິດອອກຄຳສັ່ງດຳເນີນການບຸກໂຈມຕີແນ່ໃສ່ບັນດາຈຸດໝາຍການທະຫານຂອງ ຊີຣີ ໃນຮອບເວລາ 60 ວັນ. ແລະ ມີສິດຕໍ່ກຳນົດເວລາອີກ 30 ວັນດ້ວຍບາງເງ່ືອນໄຂ. ມະຕິບໍ່ອະນຸຍາດໃຫ້ນຳໃຊ້ກຳລັງທາງບົກ ແລະ ຊີ້ແຈ້ງວ່າການເຄື່ອນໄຫວການທະຫານນີ້ພຽງແຕ່ແນໃສ່ຈຸດປະສົງ “ຕັກເຕືອນ ແລະ ສະກັດກັ້ນບໍ່ໃຫ້ ຊີຣີ ປະຕິບັດການບຸກໂຈມຕີດ້ວຍອາວຸດເຄມີຕື່ມອືກ”.
ເພື່ອໂຕ້ຕອບການກະທຳດັ່ງກ່າວຈາກຝ່າຍ ອາເມລິກາ, ວັນທີ 4/9, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຊີຣີ Faisal Moqdad, ໄດ້ຖະແຫຼງວ່າ: ຊີຣີ ມີສິດປ້ອງກັນຕົວ ແລະ ຈະໂຕ້ຕອບການບຸກໂຈມຕີທຸກຄັ້ງ.