ຂອງຂວັນມອບໃຫ້ຜູ້ມີຄຸນງາມຄວາມດີໃນໂອກາດປີໃໝ່ລວມມູນຄ່າ420ຕື້ດົ່ງ

ຂອງຂວັນມອບໃຫ້ຜູ້ມີຄຸນງາມຄວາມດີໃນໂອກາດປີໃໝ່ລວມມູນຄ່າ420ຕື້ດົ່ງ - ảnh 1
ພາບ​ປະ​ກອບ

(vovworld) – ​ທ່ານ​​ນາງລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍອົງ​ຄະ ແລະ ສັງ​ຄົມ ຫງວຽນ​ທິ​ຫາຍ​ຈ່​ວຽນ ໄດ້​​ສະ​ເໜີ​ຕໍ່​ປະ​ທານ​ປະ​ເທດ​ກ່ຽວ​ກັບ​ຂອງ​ຂວັນມອບ​ໃຫ້​ບັນ​ດາ​ເປົ້າ​ໝາຍ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈ​ຳ​ຊາດ​ປີ​ມະ​ແມ​ປີ 2015. ໃນ​ນັ້ນ​​ຂອງ​ຂວັນ​ຖືກ​ແບ່ງ​ເປັນ 2 ປະ​ເພດ​: ມີ​ມູນ​ຄ​່າ 400.000 ດົ່ງ ແລະ 200.000 ດົ່ງ, ໃຫ້​ບັນ​ດາ​ເປົ້າ​ໝາຍ​ຄື: ຜູ້​ເຄື່ອນ​ໄຫວ​ປະ​ຕິ​ວັດ, ແມ່​ຫວຽດ​ນາມ ວິ​ລະ​ຊົນ, ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ, ວິ​ລະ​ຊົນ​ແຮງ​ງານ​ໃນ​​ການ​ຕໍ່​ຕ້ານ, ​ຍາດ​ຕິ​ພີ່​ນ້ອງ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​​ປ່ວຍ, ຜູ້​ໄດ້​ຮັບ​ຊົມ​ໃຊ້​ນະ​ໂຍ​ບາຍ​…. ຂອງ​ຂວັນ​​ມອບໃຫ້​ບັນ​ດາ​ເປົ້າ​ໝາຍ​​​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ໂອ​ກາດ​ບຸນ​​ປີ​ໃໝ່​ປີ​ມະແມ 2015 ​ລວມ​ມູນ​ຄ່າກ່​ວາ 420 ຕື້​ດົ່ງ.


ຂ່າວ/ບົດ​ອື່ນ