ຂະແໜງທ່ອງທ່ຽວກະກຽມແຜນການທົດລອງນຳໃຊ້ ໜັງສືຜ່ານແດນວັກຊີນສຳລັບແຂກທ່ອງທ່ຽວສາກົນ

(VOVWORLD) -ຫວ່າງແລ້ວນີ້ ກົມການເມືອງສູນການພັກໄດ້ມີຄຳເຫັນສະຫຼຸບ “ຄົ້ນຄວ້າໃຫ້ທົດລອງນຳໃຊ້ ໜັງສືຜ່ານແດນວັກຊີນ ສຳລັບແຂກທ່ອງທ່ຽວສາກົນເຊິ່ງມາທ່ອງທ່ຽວຢູ່ບາງສູນທ່ອງທ່ຽວທີ່ມີຄວາມສາມາດຄວບຄຸມໂລກລະບາດໄດ້ຄືຝູກວັກແຂວງກຽນຢາງ”
ຂະແໜງທ່ອງທ່ຽວກະກຽມແຜນການທົດລອງນຳໃຊ້ ໜັງສືຜ່ານແດນວັກຊີນສຳລັບແຂກທ່ອງທ່ຽວສາກົນ - ảnh 1ຫວຽດນາມມີສະຖານທີ່ທ່ອງທ່ຽວທີ່ດູດດື່ມຫຼາຍແຫ່ງ

    ນີ້ແມ່ນໂອກາດເພື່ອໃຫ້ຕະຫຼາດທ່ອງທ່ຽວສາກົນ ໄດ້ຮັບການຟື້ນຟູເທື່ອລະກ້າວພາຍຫຼັງຖືກຢຸດຊົ່ວຄາວເປັນເວລາກວ່າໜຶ່ງປີຍ້ອນຜົນສະທ້ອນຈາກໂຄວິດ - 19.

      ເມື່ອແຂກເຂົ້າເມືອງຫວຽດນາມ, ແຂກທຸກໆຄົນຕ້ອງຮັບປະກັນຄວາມຮຽກຮ້ອງຕ້ອງການຄືມີເອກະສານສັກຢາໄດ້ຮັບການຢັ້ງຢືນຜ່ານລະບົບ “ຢັ້ງຢືນສັກວັກຊີນ” ໂດຍບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມແນໃສ່ຮັບປະກັນການເຂົ້າເມືອງມີຄວາມປອດໄພ. ໃນໄລຍະພັກເຊົາ, ທ່ອງທ່ຽວຢູ່ ຫວຽດນາມ ແຂກທ່ອງທ່ຽວຄວນນຳໃຊ້ໂປຼແກມ“ທ່ອງທ່ຽວຫວຽດນາມປອດໄພ” ເພື່ອກວດເຂົ້າທ່ອງທ່ຽວຢູ່ຕາມສະຖານທີ່ທ່ອງທ່ຽວ, ຮາກຖານບໍລິການທ່ອງທ່ຽວ ບ່ອນທີ່ແຂກມາຢ້ຽມຢາມ.

ຕອບກັບ

ຂ່າວ/ບົດ​ອື່ນ