ຄວາມ​ເຄັ່ງ​ຕຶງ​ຢູ່ ຕາ​ເວັນ​ອອກ​ກາງ: ອິດ​ສະ​ຣາ​ແອນ ໃຫ້​ຄຳ​ໝັ້ນ​ສັນ​ຍາບໍ່​ບຸກ​ໂຈມ​ຕີ​ຮາກ​ຖານ​ນິວ​ເຄຼຍ ແລະ ນ້ຳ​ມັນ​ບໍ່​ຂອງ ອິ​ຣານ

(VOVWORLD) - ການບຸກໂຈມຕີຂອງ ອິດສະຣາແອນ ໃສ່ ອີຣານ ຈະດຳເນີນກ່ອນວັນເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນວັນທີ 5 ພະຈິກ. 

ຕອນຄ່ຳວັນທີ 14 ຕຸລາ, ສື່ມວນຊົນ ອິດສະຣາແອນ ໄດ້ຄັດຄຳເວົ້າຂອງເຈົ້າຫນ້າທີ່ ອາເມລິກາ 2 ທ່ານໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໄດ້ແຈ້ງໃຫ້ທ່ານປະທານາທິບໍດີ ອາເມລິກາ Joe Biden ກ່ຽວກັບເລື່ອງ ອິດສະຣາແອນ ຈະບໍ່ມີການບຸກໂຈມຕີໃສ່ບັນດາຮາກຖານນິວເຄຼຍ ຫລື ນ້ຳມັນບໍ່ຂອງ  ອີຣານ ເມື່ອປະຕິບັດບັ້ນໂຕ້ຕອບການບຸກໂຈມຕີດ້ວຍລູກສອນໄຟ ຂອງ ອີຣານ ທີ່ຍິງໃສ່ ອິດສະຣາແອນ ໃນຕອນຄ່ຳວັນທີ 1 ຕຸລາ ຜ່ານມາ. ເຈົ້າຫນ້າທີ່ ອາເມລິກາໃຫ້ຮູ້ຕື່ມອີກວ່າ: ການບຸກໂຈມຕີຂອງ ອິດສະຣາແອນ ໃສ່ ອີຣານ ຈະດຳເນີນກ່ອນວັນເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນວັນທີ 5 ພະຈິກ. ຕອນເຊົ້າວັນທີ 15 ຕຸລາ, ວົງການເຈົ້າຫນ້າທີ່ ອິດສະຣາແອນ ກໍ່ຄື ອາເມລິກາ ຍັງບໍ່ທັນມີຄຳເຫັນໃດຕໍ່ຂ່າວຄາວດັ່ງກ່າວ.

ແລະກໍ່ໃນວັນທີ 14 ຕຸລາ,  ປະຕິກິລິຍາຕໍ່ເລື່ອງຄະນະປະຕິບັດວຽກງານຮັກສາສັນຕິພາບຂອງ ສະຫະປະຊາຊາດ ຢູ່ ລີບັງ (UNIFIL) ຖືກບຸກໂຈມຕີໃນຊຸມມື້ຜ່ານມາ, ຜູ້ຕາງຫນ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະຄວາມໝັ້ນຄົງ ຂອງ ສະຫະພາບເອີລົບ (ອີຢູ) ທ່ານ Josep Borrell ຖະແຫລງວ່າ ກຸ່ມນີ້ ກ່າວປະນາມທຸກການບຸກໂຈມຕີໃສ່ບັນດາຄະນະປະຕິບັດງານຂອງ ສປຊ ແລະເນັ້ນຫນັກວ່າ ການກະທຳນີ້ແມ່ນລະເມີດກົດໝາຍສາກົນຢ່າງຮ້າຍແຮງ ແລະບໍ່ອາດຍອມຮັບໄດ້. ໃນວັນດຽວກັນ,ເຮືອບິນສູ້ຮົບຂອງອິດສະຣາແອນ ເປັນຄັ້ງທຳອິດໄດ້ຍິງທຳລາຍເປົ້າໝາຍຢູ່ ເຂດ Aitou ທາງທິດເຫນືອ ລີບັງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 18 ຄົນ ແລະ ອີກສີບໆຄົນຖືກຮັບບາດເຈັບ.

ນັກຂ່າວ VOV ປະຈຳ ອີຢີບ

ຕອບກັບ

ຂ່າວ/ບົດ​ອື່ນ