ສະເຫຼີມສະຫຼອງ 70 ປີແຫ່ງວັນອອກອາກາດລາຍການກະຈາຍສຽງພາກພາສາ ລາວ ຄັ້ງທຳອິດ

(VOVWORLD) - ຖັນແຖວນັກຂ່າວ, ບັນນາທິການ,ໂຄສົກຂອງລາຍການໄດ້ຝຶກຝົນຫຼໍ່ຫຼອມດ້ານວິຊາການ, ທັກສະວິຊາຊີບຢ່າງບໍ່ຢຸດຢັ້ງ ເພື່ອອອກອາກາດລາຍການກະຈາຍສຽງໃຫ້ທີ່ນັບມື້ນັບມີຄຸນນະພາບສູງກວ່າ, ດຶງດູດໃຈ, ຕອບສະໜອງຕາມຄວາມຮຽກຮ້ອງຂອງທ່ານຜູ້ຟັງ.
ສະເຫຼີມສະຫຼອງ 70 ປີແຫ່ງວັນອອກອາກາດລາຍການກະຈາຍສຽງພາກພາສາ ລາວ ຄັ້ງທຳອິດ - ảnh 1(ຖັນແຖວນັກຂ່າວ, ບັນນາທິການ,ໂຄສົກ, ນັກຊ່ຽວຊານຂອງລາຍການກະຈາຍສຽງພາກພາສາ ລາວ)

        ວັນທີ 12 ຕຸລາແມ່ນວັນສະເຫຼີມສະຫຼອງ 70 ປີແຫ່ງວັນອອກອາກາດລາຍການກະຈາຍສຽງພາກພາສາ ລາວ ຄັ້ງທຳອິດ. ໃນຕະຫຼອດໄລຍະ 70 ປີຜ່ານມາ, ຖັນແຖວນັກຂ່າວ, ບັນນາທິການ,ໂຄສົກຂອງລາຍການໄດ້ຝຶກຝົນຫຼໍ່ຫຼອມດ້ານວິຊາການ, ທັກສະວິຊາຊີບຢ່າງບໍ່ຢຸດຢັ້ງ ເພື່ອອອກອາກາດລາຍການກະຈາຍສຽງໃຫ້ທີ່ນັບມື້ນັບມີຄຸນນະພາບສູງກວ່າ, ດຶງດູດໃຈ, ຕອບສະໜອງຕາມຄວາມຮຽກຮ້ອງຂອງທ່ານຜູ້ຟັງ.

        ຕາມທ່ານນາງ ຟໍເກິມຮວາ, ຫົວໜ້າບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5) ຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລ້ວ, ໃນການກຳນົດທິດພັດທະນາຂອງສື່ມວນຊົນຕ່າງປະເທດ, ໂດຍນາຍົກລັດຖະມົນຕີອະນຸມັດຜ່ານນັ້ນ, ຍາມໃດກໍ່ຢັ້ງຢືນວ່າ ລາວ ແມ່ນໜຶ່ງໃນບັນດາພາກພາສາສຳຄັນຍິ່ງສຳລັບການກະຈາຍສຽງພາກພາສາຕ່າງປະເທດຂອງ ຫວຽດນາມ.

        “ນັບແຕ່ວັນສ້າງຕັ້ງຂຶ້ນມາຮອດປະຈຸບັນ, ລາຍການກະຈາຍສຽງພາກພາສາ ລາວ ຍາມໃດກໍ່ສວມບົດບາດສຳຄັນໃນຈຳນວນ 13 ພາກພາສາຕ່າງປະເທດ, ພ້ອມກັບບັນດາພາກພາສາ, ກຳປູເຈຍ, ໄທ ແລະ ອິນໂດເນເຊຍ, ພາກພາສາ ລາວ ໄດ້ສ້າງເປັນກຸ່ມພາສາ ອາຊຽນ ທີ່ສຳຄັນສຳລັບ ຫວຽດນາມ ຢູ່ພະແນກກະຈາຍສຽງພາກພາສາຕ່າງປະເທດ, VOV”.

        ສ່ວນທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຢືນຢັນວ່າ, VOV ມີຄວາມໝາຍສຳຄັນ, ໂດຍສະເພາະແມ່ນການສົ່ງສານເຖິງປະຊາຊົນ ລາວ, ຊ່ວຍໃຫ້ປະຊາຊົນລາວ ນັບມື້ນັບມີຄວາມເຂົ້າໃຈກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດ.

(ທ່ານນາງ ຄຳເພົາ ເອີນທະວັນ)

        ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນຈົນມາຮອດປະຈຸບັນ, ນອກຈາກການປະຕິບັດໜ້າທີ່ໂຄສະນາກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ຫວຽດນາມ, ບັນດາການເຄື່ອນໄຫວຮ່ວມມື, ພົວພັນແລກປ່ຽນລະຫວ່າງ 2 ປະເທດ ຫວຽດນາມ - ລາວ ໃຫ້ເປັນຢ່າງດີແລ້ວ, ທາງລາຍການຍັງສະໜອງຫຼາຍຂໍ້ມູນທີ່ມີປະໂຫຍດເຊິ່ງທ່ານຜູ້ຟັງມີຄວາມສົນໃຈ. ເພື່ອນ ນູນູ ເມັກດາລາ, ແບ່ງປັນວ່າ:

        “ລາຍການໄດ້ແບ່ງປັນບັນດາຂໍ້ມູນຂ່າວທີ່ມີປະໂຫຍດທາງດ້ານວັດທະນະທຳ, ສ້າງການສັງເກດຢ່າງເລິກເຊິ່ງດ້ານການທູດ ແລະ ສະໜອງຂໍ້ມູນໃຫ້ຊາວໜຸ່ມມີພື້ນຖານເພື່ອຊອກຮູ້ບັນດາບັນຫາຮ້ອນເຮັ່ງ, ສຳຄັນໃນປະຈຸບັນ, ຄື: ການພັດທະນາແບບຍືນຍົງ, ການເຕີບໂຕເສດຖະກິດ, ຊ້ຳບໍ່ໜຳແມ່ນການປ່ຽນແປງຂອງດິນຟ້າອາກາດ. ສຳລັບຄົນລຸ້ນໜຸ່ມແລ້ວ, ພິເສດແມ່ນຜູ້ມີຄວາມສົນໃຈເຖິງການພົວພັນສາກົນ ຫຼື ເຮັດວຽກງານໃນສະພາບແວດລ້ອມວັດທະນະທຳນາໆຊາດ, ນີ້ແມ່ນແຫຼ່ງຂໍ້ມູນດີທີ່ສຸດເພື່ອພັດທະນາ”.

        ປະຈຸບັນ, ລາຍການກະຈາຍສຽງພາກພາສາ ລາວ ອອກອາກາດ 3 ຄັ້ງ/ວັນ ໃນຄື້ນ AM ແລະ FM. ນອກຈາກພາກຂ່າວຢູ່ພາຍໃນ ແລະ ຕ່າງປະເທດແລ້ວ, ຍັງມືຫຼາຍລາຍການແນະນຳກ່ຽວກັບ  ຫວຽດນາມ ເຊິ່ງທ່ານຜູ້ຟັງນິຍົມທີ່ສຸດ, ຄື: “ປະເທດຊາດ ແລະ ຊາວ ຫວຽດນາມ”, “ຄົ້ນຫາ ຫວຽດນາມ”, “ເລື່ອງລາວເຂດບ້ານນາ”… ພິເສດແມ່ນລາຍການ “ຜູ້ຟັງກັບລາຍການພາກພາສາ ລາວ”, ລາຍການເພງຕາມຄຳຂໍ… ໂດຍສືບທອດມູນເຊື້ອ, ບັນດາບັນນາທິການ, ໂຄສົກຂອງລາຍການພາກພາສາ ລາວ ໄດ້ຢືນຢັນບົດບາດເປັນຂົວເຊື່ອມຕໍ່ດ້ານຂໍ້ມູນ, ແຜ່ຂະຫຍາຍຊື່ສຽງຂອງ VOV5 ແລະ VOV ເຖິງເພື່ອນມິດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ