ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ຮັກສາການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ

(VOVWORLD) - ການໄປຢ້ຽມຢາມຢ່າງເປັນທາງການຄັ້ງນີ້ຈັດຂຶ້ນກ່ອນທີ່ຈະຈັດກອງປະຊຸມ AIPA ຄັ້ງທີ 45 ເຊິ່ງ ລາວ ເປັນປະເທດເຈົ້າພາບ, ບໍ່ພຽງແຕ່ແມ່ນໂອກາດທີ່ດີເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດເທົ່ານັ້ນ, ຫາກຍັງເປີດກວ້າງການຮ່ວມມືລັດຖະສະພາລະຫວ່າງ 2 ປະເທດ
ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ຮັກສາການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ
(ພາບ: quochoi.vn)

        ແຕ່ວັນທີ 17 – 19 ຕຸລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 (AIPA - 45). ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ແລ້ວ, ນີ້ແມ່ນການຢ້ຽມຢາມສປປ.ລາວ ເປັນຄັ້ງທຳອິດຢ່າງເປັນທາງໃນຖານະຕຳແໜ່ງປະທານສະພາແຫ່ງຊາດ.

        “ການໄປຢ້ຽມຢາມຢ່າງເປັນທາງການຄັ້ງນີ້ຈັດຂຶ້ນກ່ອນທີ່ຈະຈັດກອງປະຊຸມ AIPA ຄັ້ງທີ 45 ເຊິ່ງ ລາວ ເປັນປະເທດເຈົ້າພາບ, ບໍ່ພຽງແຕ່ແມ່ນໂອກາດທີ່ດີເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດເທົ່ານັ້ນ, ຫາກຍັງເປີດກວ້າງການຮ່ວມມືລັດຖະສະພາລະຫວ່າງ 2 ປະເທດ, ສະແດງໃຫ້ເຫັນເລື່ອງສືບຕໍ່ຜັນຂະຫຍານແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ, ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ; ຢືນຢັນບົດບາດຂອງສະພາແຫ່ງຊາດ ຫວຽດນາມ, ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າໃນເນື້ອໃນຂອງ AIPA ຢ່າງແທດຈິງ; ພ້ອມກັບລັດຖະສະພາບັນດາປະເທດສງະມາຊິກ AIPA ປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ, ຍູ້ແຮງການພົວພັນລະຫວ່າງ AIPA ແລະ ບັນດາຄູ່ຮ່ວມມື, ເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດສະມາຊິກ ແລະ ນັກສັງເກດການຂອງ AIPA”.

        ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ຖືວ່າ, ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ 2 ປະເທດຕ້ອງສືບຕໍ່ເອົາໃຈໃສ່ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນບົດຮຽນໃນວຽກງານນິຕິບັນຍັດ, ຕິດຕາມກວດກາສູງສຸດ, ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ. ໃນນັ້ນ, ຊຸມໃສ່ຕິດຕາມກວດກາ ແລະ ສ້າງຄວາມສະດວກແກ່ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສົນທິສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ