ຄະນະຊາວໜຸ່ມບັນດາທ້ອງຖິ່ນຕອບສະໜອງເດືອນຊາວໜຸ່ມ2015

ຄະນະຊາວໜຸ່ມບັນດາທ້ອງຖິ່ນຕອບສະໜອງເດືອນຊາວໜຸ່ມ2015 - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 1/3, ຢູ​່​ສວນ​ສາ​ທາ​ລະ​ນະ ຟູ໋​ບິ່ງ (ເມືອງ 6), ຄະ​ນະ​ຊາວ​ໜຸ່​ມ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ສົມ​ທົບ​ກັບ​ຄະ​ນະ​ຊາວ​ໜຸ່ມເມືອງ 6 ໄດ້​ຈັດ​ຕັ້ງ​ພິ​ທີ​ເລີ່ມ​ຜັນ​ຂະ​ຫຍາຍເດືອນ​ຊາວ​ໜຸ່ມ​ປີ 2015 ດ້ວຍ​ຫົວ​ຂໍ້​ວ່າ: “ເອກ​ອ້າງ​ທະ​ນົງ​ໃຈ​ກ້າວ​ເດີນ​ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ”. ​​ໃນເດືອນ​ຊາວ​ໜຸ່ມ​ປີນີ້, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ໂຮ່​ຈີ​ມິນ ສຸມ​ໃສ່ໂຄ​ສະ​ນາ​ກ່ຽວ​ກັບ​ຄວາມ​ໝາຍ​ບັນ​ດາ​ວັນ​ບຸນ​ໃຫຍ່​ຂອງ​ປະ​ເທດ​ຊາດ ແລະ ຍ​ູ້​ແຮງວຽກ​ງານ​ການ​ສຶກ​ສາ, ເສີມ​ຂະ​ຫຍາຍ​ຫົວ​ຄິດ​ປະ​ດິດ​ສ້າງ, ຈິດ​ໃຈ​ປະ​ຈັນ​ບານ, ອາ​ສາ​ສະ​ໝັກ​ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ບັນ​ດາ​ການ​ເຄື່ອນ​ໄຫວກໍ່​ສ້າງ​ຕົວ​ເມືອງ ສິ​ວິ​ໄລ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່​ມ​ໃນ​ບໍ​ລິ​ເວນ​ນະ​ຄອນ ດ່ານັ້ງ ກ່​ວາ 800 ຄົນໄດ້​ເຂົ້າ​ຮ່ວມ​ພິ​ທີ​​ຜັນ​ຂະ​ຫຍາຍ​ເດືອນ​ຊາວ​ໜຸ່ມ ແລະ ​ຕອບ​ສະ​ໜອງ​ປີ​ວັດ​ທະ​ນະ​ທຳ, ສິ​ວິ​ໄລ​ຕົວ​ເມືອງ 2015 ໂດຍ​ຄະ​ນະ​ຊາວ​ໜຸ່​ມ​ນະ​ຄອນ ຈັດ​ຕັ້ງ​ຂຶ້ນ.

        ໃນ​ຂະ​ນະ​ນັ້ນ, ຢູ່​ແຂວງ ດັກ​ລັກ, ໄດ້​ເລີ່ມ​ຜັນ​ຂະ​ຫຍາຍ​ເດືອນ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ປີ 2015 ແລະ ປຸກ​ລະ​ດົມ​ຂະ​ບວນ​ການ​ໄວ​ໜຸ່ມ​ບັນ​ດາ​ຊົນ​ເຜົ່າ​ແຂວງ ດັກ​ລັກ ແຂ່ງ​ຂັນ​​ກັນສ້າງ​ຜົນ​ງານ​ສະ​ເຫຼີມ​ສະຫຼອງກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ. ເນື່ອງ​ໃນ​ໂອ​ກາດນີ້, ມີ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ຫຼາຍ​ຢ່າງ​ຄື: ໂຄງ​ການຊ່ວຍ​ເຫຼືອ​ຄົນ​ເຈັບ​ທຸກ​ຍາກ, ບໍ​ລິ​ຈາກ​ເລືອດ “ງານ​ບຸນ​ລະ​ດູ​ບານ​ໃໝ່”, ຢ້​ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວນອນ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ມອບ​ທຶນ​ສຶກ​ສາ​ໃຫ້​ບັນ​ດາ​ນັກ​ຮຽນ​ທຸກ​ຍາກ​ແຕ່​ມັກ​ຮຽນ…

 

 


ຂ່າວ/ບົດ​ອື່ນ