(VOVWORLD) - ຄະນະນັກສິລະປິນຟ້ອນພື້ນເມືອງແຫ່ງຊາດ “Beryozka” ໂດ່ງດັງຂອງໂລກ ຈະສະແດງຢູ່ ຫວຽດນາມ ແຕ່ວັນທີ 4 -7 ຕຸລາ 2017.
ການສະແດງຂອງບັນດານັກສິລະປິນ ຊາວ ລັດເຊຍ |
ນີ້ແມ່ນການສະແດງສິລະປະໂດຍສູນກາງຈັດຕັ້ງການສະແດງສິລະປະ (ກົມສິລະປະການສະແດງ) ເປັນເຈົ້າພາບ, ສົມທົບກັບສະຖາບັນດົນຕີແຫ່ງຊາດ ຫວຽດນາມ, ສະຖານທູດສະຫະພັນລັດເຊຍ ປະຈຳ ຫວຽດນາມ ແລະ ສູນວິທະຍາສາດ ແລະ ວັດທະນະທຳ ລັດເຊຍ ຢູ່ ຮ່າໂນ້ຍ ຈັດຕັ້ງ, ເຊິ່ງນອນໃນຂອບເຂດຊຸມວັນວັດທະນະທຳ ລັດເຊຍ ຢູ່ ຫວຽດນາມ ປີ 2017.
ຄະນະນັກສິລະປິນຟ້ອນ ພື້ນເມືອງແຫ່ງຊາດ “Beryozka” ຈະສະແດງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ໃນຕອນຄ່ຳວັນທີ 5 ຕຸລາ; ສະຖາບັນດົນຕີແຫ່ງຊາດ ຮ່າໂນ້ຍ ແລະ ໂຮງລະຄອນນະຄອນໂຮ່ຈີມິນ ໃນວັນທີ 6 ຕຸລາ.