ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນຊາດຂອງ ສປປ.ເກົາຫຼີ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງພັກ ແລະ ລັດ ສປປ.ເກົາຫຼີ ແຕ່ວັນທີ 08 – 11 ກັນຍາ, ຄະນະຜູ້ແທນພັກ ແລະ ລັດ ຫວຽດນາມ ໂດຍທ່ານ ເຈິ່ນແທງເມີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະໄປຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ສປປ.ເກົາຫຼີ.

ວັນທີ 10 ກັນຍາ, ທີ່ນະຄອນຫລວງ ພຽງຢາງ, ຄະນະຜູ້ແທນພັກ ແລະ ລັດ ຫວຽດນາມ ໄດ້ພົບປະເຈລະຈາກັບຄະນະຜູ້ແທນພັກ ແລະ ລັດ ແຫ່ງ ສປປ.ເກົາຫຼີ ໂດຍທ່ານ Pak The Sang ກຳມະການກົມການເມືອງ, ຮອງປະທານຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ ນຳໜ້າ. 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເຄື່ອນໄຫວຂອງແຕ່ລະພັກ, ແຕ່ລະລັດ; ແລກປ່ຽນກ່ຽວກັບບັນດາມາດຕະການ, ວິທີການຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດໃຫ້ດີຍິ່ງໆຂຶ້ນ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ