ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມສິ້ນສຸດການຢ້ຽມຢາມ,ເຮັດວຽກຢູ່ອາຟະລິກາໃຕ້ຢ່າງຈົບງາມ

(VOVWORLD) -ວັນທີ 26 ສິງຫາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ, ໂດຍທ່ານ ພົນເອກ ໂດ້ບ໋າຕິ້, ຮອງປະທານສະພາແຫ່ງຊາດ, ເປັນຫົວໜ້າຄະນະ, ໄດ້ເດີນທາງອອກຈາກອາຟະລິກາໃຕ້, ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດທະວີບອາຟະລິກາ ນີ້.

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມສິ້ນສຸດການຢ້ຽມຢາມ,ເຮັດວຽກຢູ່ອາຟະລິກາໃຕ້ຢ່າງຈົບງາມ - ảnh 1 ຄະນະຜູ້ແທນສະພາແຫ່ງຊາດອາຟະລິກາໃຕ້ ແລະ

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນການເຈລະຈາ

(ພາບ: TTXVN)

ໃນໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ອາຟະລິກາໃຕ້, ຄະນະຜູ້ແທນສະພາແຫ່ງຊາດອາຟະລິກາໃຕ້ ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນການເຈລະຈາ. ທີ່ການເຈລະຈາ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ຊີ້ແຈ້ງວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືກັບສ.ອາຟະລິກາໃຕ້ ໃນໄລຍະຜ່ານມາ, ພ້ອມທັງຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ, ເພີ່ມທະວີການຮ່ວມມືຫຼາຍດ້ານກັບອາຟະລິກາໃຕ້ ແລະ ສ້າງກອບກົດໝາຍທີ່ອຳນວຍຄວາມີສະດວກໃຫ້ເລື່ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ 2 ຝ່າຍ. ທີ່ການພົບປະ, 2 ຝ່າຍກໍ່ເຫັນດີນຳກັນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງສະພາແຫ່ງຊາດ 2 ປະເທດ ເພື່ອປະກອບສ່ວນຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງ 2 ສະພາແຫ່ງຊາດເວົ້າສະເພາະ ໃນໄລຍະຈະມາເຖິງ.

        ເນື່ອງໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ພັກກອມມູນິດອາຟະລິກາໃຕ້; ຢ້ຽມຢາມສະຖານທູດຫວຽດນາມ ປະຈຳນະຄອນ Pretoria; ຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳຢູ່ນະຄອນ Pretoria…

ຕອບກັບ

ຂ່າວ/ບົດ​ອື່ນ