ຄຳສັ່ງຂອງທ່ານນາຍົກລັດຖະມົນຕີກ່ຽວກັບການຮັບປະກັນຄວາມສະຫງົບປອດໄພ,ຄວາມເປັນລະບຽບຮຽບຮ້ອຍ

ຄຳສັ່ງຂອງທ່ານນາຍົກລັດຖະມົນຕີກ່ຽວກັບການຮັບປະກັນຄວາມສະຫງົບປອດໄພ,ຄວາມເປັນລະບຽບຮຽບຮ້ອຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເປັນ​ປະ​ທານກອງ​ປະ​ຊຸມ ປຶກ​ສ​າ​ຫາ​ລື​ກ່ຽວ​ກັ​ບ​ການ​ເພີ່ມ​ທະ​ວີ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​, ຄວ​າ​ມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ
(ພາບ: baochinhphu)

(vov​world) - ວັນ​ທີ 17/5/2014, ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເປັນ​ປະ​ທານກອງ​ປະ​ຊຸມ ປຶກ​ສ​າ​ຫາ​ລື​ກ່ຽວ​ກັ​ບ​ການ​ເພີ່ມ​ທະ​ວີ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​, ຄວ​າ​ມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ການ​ນຳບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ບັນ​ດາ​ແຂວງ, ນະ​ຄອນ​ສືບ​ຕໍ່​ຜັນ​ຂະ​ຫ​ຍາຍ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ, ເດັດ​ດຽວບໍ່​ປະ​ໃຫ້​ເກີດການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢ່າງຜິດ​ກົດ​ໝາຍ ແລະ ລົງໂທດບັນ​ດາ​ບຸກ​ຄົນ​ທີ່​ມີການ​ກະ​ທຳ​ໂຄ​ສະ​ນາ​ຍຸ​ຍົງ​ສົ່ງ​ເສີມ, ໂຄ​ສະ​ນາ​ຂົນ​ຂວາຍ​ປະ​ຊາ​ຊົນ​ບໍ່​ເຂົ້າ​ຮ່ວມກ​ານ​ແຫ່​ຂະ​ບວນ​ປະ​ທ້​ວງ​ຜິດ​ກົດ​ໝາຍ, ຊ່ວຍ​ເຫຼືອ​ກັນ​ພັດ​ທະ​ນາ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່, ຮັກ​ສາ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ປະ​ກອບ​ສ່ວນ​ຢ່າງ​ແທ​ດ​ຈິງ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ. ລັດ​ຖະ​ບານ ຫວຽດ​ນາມ​ ແລະ ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ທ້ອງ​ຖີ່ນ​ຢືດ​ໝັ້ນ​ປະ​ຕິ​ບັດ​ທຸກໆ​ມາດ​ຕະ​ການ​ຈຳ​ເປັນ​ຖືກ​ຕາມ​ກົດ​ໝາຍ ແລະ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຂອງ ຫວຽດ​ນາມ ເພື່ອ​ຮັບ​ປະ​ກັນ​ຄວາ​ມ​ສະ​ຫງ​ົບ ແລະ ຄວາມ​ປອດ​ໄພ​ໃຫ້​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ ແລະ ຊາວຕ່າງ​ປ​ະ​ເທດ​ຢູ່ ຫວຽດ​ນາມ ຢ່າງ​ສູງ​ສຸດ.

ຂ່າວ/ບົດ​ອື່ນ