ງານບຸນດົນຕີສາກົນMonsoonMusicFestival2015
ງານບຸນດົນຕີສາກົນ
photo:hanoimoi.com
|
(vovworld)- ງານບຸນດົນຕີສາກົນ ດຳເນີນໃນຕອນຄ່ຳວັນທີ 8/10 ຢູ່ ພະລາຊະວັງ ທັງລອງ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງນັກສິລະປິນທີ່ມີຊື່ສຽງຂອງຫວຽດນາມ ແລະ ສາກົນ 100 ຄົນ. ງານບຸນດົນຕີ ສາກົນ ປີ 2015 ແມ່ນການເຄື່ອນໄຫວດົນຕີອຸດົມສົມບູນ ແລະ ມີຄຸນນະພາບ ດ້ວຍທຳນອງດົນຕີ Pop, Rock, Dace. ຈຸດໝາຍຍາວນານຂອງຄະນະຈັດຕັ້ງແມ່ນສ້າງງານບຸນດົນຕີສາກົນ ມີອິດທິພົນຊື່ສຽງ, ບັນລຸລະດັບພາກພື້ນ ແລະ ສາກົນ, ສ້າງເຄື່ອງໝາຍການຄ້າ ແລະ ຜະລິດຕະພັນວັດທະນະທຳປະຊາຄົມ ພ້ອມທັງປະກອບສ່ວນ ແລະ ຊຸກຍູ້ການພັດທະນາ ດົນຕີຫວຽດນາມ, ໂຄສະນາຮູບພາບ ຮ່າໂນ້ຍ, ປະກອບສ່ວນພັດທະນາການທ່ອງທ່ຽວວັດທະນະທຳ.