ງານວາງສະແດງ ພາບແຕ້ມຂອງອະດີດ ຈິດຕະກອນ Suzy Cohen

ງານວາງສະແດງ ພາບແຕ້ມຂອງອະດີດ ຈິດຕະກອນ Suzy Cohen - ảnh 1
ພາບແຕ້ມຂອງຈິດຕະກອນ Suzy Cohen
(ພາບ: internet)


Vovworld- ງານ​ວາງສະ​ແດງ​ພາບ​ແຕ້ມ​​ຂອງອະດີດ​ຈິດຕະກອນ Suzy Cohen ທີ່​ມີ​ຊື່ວ່າ “ຄວາມ​ຮັກ​ສີສັນ ” ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ ປາຣີ ປະ​ເທດ ຝະລັ່ງ ເພື່ອແນໃສ່ສ້າງຄັງສະໜັບສະໜູນຊ່ວຍເຫຼືອເດັກພິການ, ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ສານພິດ​ສີ​ສົ້ມ/ ດິໂອຊິນຫວຽດນາມ. ບັນດາພາບແຕ້ມຂອງ ຈິດຕະກອນ Suzy Cohen ທີ່ນຳມາວາງສະແດງທີ່ງານດັ່ງກ່າວ ໄດ້ສະແດງໃຫ້ເຫັນດ້ານສິລະປະ ທີ່ເປັນເອກະລັກສະເພາະ. ນັ້ນແມ່ນມີການນຳໃຊ້ໝາຍຈ້ຳນັບລ້ານໆໂດຍປະສົມ ຢ່າງກົມກ່ຽວກັບສີຫຼາກຫຼາຍທີ່ເໝາະສົມ ເພື່ອສ້າງໃຫ້ມີບັນດາພາບແຕ້ມທີ່ເປັນ ເອກະລັກສະເພາະກ່ຽວກັບມະນຸດ, ທິວທັດທຳມະຊາດ ແລະ ອື່ນໆ.

   ຈິດຕະກອນ Suzy Cohen ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ເມື່ອ​ວັນທີ 22/8/2011 ມີ​ອາຍຸຍືນ 86 ປີ, ຈິດຕະກອນ Suzy Cohen ​ແມ່ນສະມາຊິກພັກກອມມູນິດຝະລັ່ງ ທີ່ຕັ້ງໜ້າຄັດຄ້ານສົງຄາມຮຸກຮານຫວຽດນາມກ່ອນນີ້ ແລະ ນາງໄດ່ເຂົ້າຮ່ວມ ບັນດາການເຄື່ອນໄຫວເພື່ອການກຸສົນຊ່ວຍເຫຼືອຫວຽດນາມ.
ຂ່າວ/ບົດ​ອື່ນ