ບັນດາຜະລິດຕະພັນທີ່ໄດ້ນຳມາວາງສະແດງທີ່ງານວາງສະແດງ
(ພາບ: qdnd.vn)
|
(vovworld) – ວັນທີ 12/1, ຢູ່ຮ່າໂນ້ຍ, ໄຂງານວາງສະແດງພິເສດກ່ຽວກັບຈິດຕະກຳ ແລະ ປະຕິມາກຳຂອງບັນດານັກຮຽນຕາປອດໂຮງຮຽນ ຫງວຽນດິ່ງຈ໋ຽວ (ຮ່າໂນ້ຍ), ສູນກາຍຍະບຳບັດ, ສຶກສາ, ສອນວິຊາຊີບ ແລະ ສ້າງວຽກເຮັດງານທຳໃຫ້ຄົນຕາປອດ (ແຂວງ ຫາຍເຢືອງ) ແລະ ນັກຮຽນ ໂຮງຮຽນສິລະປະ Toumelila (ຊູແອດ) ທີ່ມີຊື່ວ່າ “ສິລະປະເຊື່ອມຕໍ່ເພື່ອນມິດ”.
ຮູບພາບກ່ວາ 100 ແຜ່ນ ແລະ ຜະລິດຕະພັນເຄື່ອງປັ້ນດິນເຜົ່າ 200 ຢ່າງທີ່ວາງສະແດງໄດ້ສະແດງໃຫ້ເຫັນຄວາມຄ່ອງແຄ້ວ ແລະ ຄວາມສຳນຶກທີ່ອຸດົມສົມບູນຂອງບັນດານັກຮຽນຕາປອດ. ນ້ອງ ຟູ່ງວັນມິງ, ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນດິ່ງຈ໋ຽວ, ຮ່າໂນ້ຍ ໄດ້ແບ່ງປັນກ່ຽວກັບຜະລິດຕະພັນຂອງຕົນວ່າ:
“ນ້ອງໄດ້ແນະນຳເຖິງທຸກຄົນໂຖດອກໄມ້. ເມື່ອເຂົ້າຮ່ວມງານວາງສະແດງຄືແນວນີ້ ນ້ອງຫວັງວ່າ ຫຼາຍຄົນຈະຮູ້ຈັກເຖິງ ແລະ ນຳໃຊ້ບັນດາຜະລິດຕະພັນຂອງນ້ອງໃນຄອບຄົວຂອງຕົນ.”