ງານວາງສະແດງຮູບຖ່າຍເອກະສານກ່ຽວກັບນ້ຳໃຈມິດຕະພາບ ຫວຽດນາມ - ລາວ

ງານວາງສະແດງຮູບຖ່າຍເອກະສານກ່ຽວກັບນ້ຳໃຈມິດຕະພາບ ຫວຽດນາມ - ລາວ - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 2/12, ຢູ່​ແຂວງ ດັກ​ລັກ ​ໄດ້​ໄຂ​ງານ​ວາງສະ​ແດງຮູບ​ຖ່າຍ​ເອກະສານ​ກ່ຽວ​ກັບ “ຄວາມ​ສາມັກຄີ​ມິດຕະພາບແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ 2 ພັກ, 2 ລັດ ​ແລະ ​ປະຊາຊົນ​ສອງ​ປະ​ເທດຫວຽດນາມ - ລາວ”. ງານ​ວາງສະ​ແດງ​ໄດ້​ແນະນຳ​ຮູບ​ຖ່າຍ​ເອກະສານ​ເກືອບ 200 ​ແຜ່ນ, ສຸມ​ໃສ່​ 3 ຫົວ​ຂໍ້​ຕົ້ນ​ຕໍ່​ຄື; ​ບ້ານ​ໄກ້​ເຮືອນຄຽງ​ມິດຕະພາບ - ຄວາມ​ສາມັກຄີ​ແບບ​ພິ​ເສດ - ຮ່ວມ​ສຳພັນ​ທະ​ມິດ​ສູ້​ຮົບ​ຢ່າງ​ແໜ້ນ​​ແຟ້ນ; ການ​ຮ່ວມ​ມື​ຮອບດ້ານ ​ລະຫວ່າງ​ຫວຽດນາມ - ລາວ; ຫວຽດນາມ - ລາວ ສາມັກຄີ​ພ້ອມ​ກັນ​ມຸ່ງ​ໄປ​ສູ່​ອະນາຄົດ. ນີ້​ແມ່ນ​ໂອກາດ​ເພື່ອ​​ໂຄສະນາ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງ, ​ໂດຍ​ສະ​ເພາະ​ແມ່ນ​ລຸນ​ໜຸ່ມ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ສາຍ​ພົວພັນ​ສັດ​ຊື່​ບໍລິສຸດ, ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ. ຄຽງ​ຄ້າງ​ນັ້ນ, ງານ​ວາງສະ​ແດງ​ຍັງ​ປຸກ​ລຸກຄວາມ​ເອກອ້າງ​ຖະນົງ​ໃຈ, ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ທີ່​ສະຫງ່າ​ລາສີຂອງ 2 ພັກ, 2 ລັດ ​ແລະ 2 ປະ​ເທດ, ນຳ​ສາຍ​ພົວພັນ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ໃນ​ໄລຍະ​ປະຕິວັດ​​ໃໝ່.

ຂ່າວ/ບົດ​ອື່ນ