ຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດຫວຽດນາມໃນ6ເດືອນຕົ້ນປີ
(vovworld)- GDP ໃນ 6 ເດືອນຕົ້ນປີເພີ່ມຂຶ້ນ 6,28% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ສູງກວ່າຄາດໝາຍ 6,2% ຊື່ງລັດຖະບານໄດ້ວາງອກໃຫ້ທັງປີ. ສິ່ງດັ່ງກ່າວສະແດງໃຫ້ເຫັນທ່າອ່ຽງຟື້ນຕົວຂອງພື້ນຖານເສດຖະກິດ. ນີ້ແມ່ນຂໍ້ມູນຂ່າວໄດ້ຍົກອອກໃນການປະຊຸມຂ່າວປະກາດຕົວເລກສະຖິຕິເສດຖະກິດສັງຄົມ 6 ເດືອນຕົ້ນປີ 2015 ໂດຍກົມໃຫຍ່ສະຖິຕິ ຈັດຕັ້ງໃນວັນທີ 26/6 ຢູ່ ຮ່າໂນ້ຍ. ຕາມກົມໃຫຍ່ສະຖິຕິແລ້ວ, ໃນໂຄງປະກອບເສດຖະກິດໃນ 6 ເດືອນຜ່ານມາ, ເຂດອຸດສາຫະກຳ ແລະ ກໍ່ສ້າງສືບຕໍ່ກວມອັດຕາສູງສຸດ, ຖັດມາແມ່ນເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ, ເຂດບໍລິການ. ວົງເງິນສົ່ງອອກສິນຄ້າຄາດວ່າ ບັນລຸ 77,7 ຕື້ USD, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການນຳເຂົ້າສິນຄ້າແມ່ນບັນລຸ 81,5 ຕື້ USD ເພີ່ມຂຶ້ນ 17,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃຫມ່ແມ່ນເພີ່ມຂຶ້ນສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ຟ້າມດີງຖູຍ, ຫົວຫນ້າກົມສະຖິຕິອຸດສາຫະກຳໃຫ້ຮູ້ວ່າ:
“ຫນຶ່ງໃນບັນດາສາຍເຫດພາໄປເຖິງເລື່ອງຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃຫມ່ເພີ່ມຂຶ້ນ ຍ້ອນບັນດາມາດຕະການ ມີປະສິດທິຜົນ ຂອງລັດຖະບານ. ນອກນັ້ນ ກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ ມີຜົນສັກສິດ ນັບແຕ່ເດືອນ 7 ຈະມາເຖິງ ໄດ້ສົ່ງຜົນກະທົບໃຫຍ່, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງວິສາຫະກິດແມ່ນສະດວກກວ່າ."