ຈີນພ້ອມແລ້ວເປີດກ້ວາງຕະຫຼາດນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ

ຈີນພ້ອມແລ້ວເປີດກ້ວາງຕະຫຼາດນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ - ảnh 1
​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ ຈຸງ​ຊານ (ເບື່ອງ​ຊ້າຍ)ທີ່ກອງ​ປະ​ຊຸມ​ຂ່າວ

 (vovworld)- ຈີນ​ພ້ອມ​ແລ້ວ​ເປີດ​ກ້​ວາງ​ຕະຫຼາດ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ. ນີ້​ແທ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ ຈຸງ​ຊານ ທີ່ກອງ​ປະ​ຊຸມ​ຂ່າວ ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 18/7 ຢູ່​ຮ່າ​ໂນ້ຍ. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ ຈຸງ​ຊານເນັ້ນ​ໜັກ​ວ່າ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ 2 ​ປະ​ເທດ​ຍັງ​ໃຫຍ່ຫຼວງ​ຢູ່. ຈີນ​ພ້ອມ​ແລ້ວ​ໃຫ້​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ​ເພື່ອ​ເປີດ​ກ້​ວາງ​ບັນ​ດາ​ຂົງ​ເຂ​ດ ແລະ ຂອບ​ຂະ​ໜາດ​ຮ່ວມ​ມື​ຕື່ມ​ອີກ, ພ້ອມ​ແລ້ວ​ເປີດ​ກ້​ວາງ​ຕະຫຼາດ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ອື່ນ​ທີ່​ມີ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ