ຈຳນວນຜູ້ຫາຍສາບສູນໃນເຫດກ່ຳປັ່ນຖືກຈົມນ້ຳຢູ່ອິນໂດເນເຊຍສືບຕໍ່ເພີ່ມຂຶ້ນ

(VOVWORLD) -ຕາມແຈ້ງການຫຼ້າສຸດວັນທີ 20 ມິຖຸນາ ຂອງອົງການຊອກຫາ ແລະ ກູ້ໄພກູ້ຊີບອິນໂດເນເຊຍ ແລ້ວ, ຈຳນວນຜູ້ໂດຍສານທີ່ຖືກຫາຍສາບສູນໃນເຫດກ່ຳປັ່ນຖືກຈົມນຳຢູ່ໜອງພູເຂົາໄຟ Toba ປະຈຸບັນໄດ້ຂຶ້ນເຖິງ 192 ຄົນ

ຈຳນວນຜູ້ຫາຍສາບສູນໃນເຫດກ່ຳປັ່ນຖືກຈົມນ້ຳຢູ່ອິນໂດເນເຊຍສືບຕໍ່ເພີ່ມຂຶ້ນ - ảnh 1ຈຳນວນຜູ້ຫາຍສາບສູນໃນເຫດກ່ຳປັ່ນຖືກຈົມນ້ຳຢູ່ອິນໂດເນເຊຍສືບຕໍ່ເພີ່ມຂຶ້ນ

(ພາບ: Getty Images)

ສືບຕໍ່ເພີ່ມຂຶ້ນເມື່ອທຽບໃສ່ຈຳນວນ 180 ຄົນ ໃນບົດລາຍງານກ່ອນ. ສິ່ງທີ່ເປັນໜ້າເວົ້າແມ່ນ ກ່ຳປັ່ນ ພຽງໄດ້ຮັບອະນຸຍາດຂົງສົ່ງຜູ້ໂດຍສານພຽງ 43 ຄົນເທົ່ານັ້ນ ແລະ ອົງການທີ່ມີໜ້າທີ່ຮັບຜິດຊອບຍັງບໍ່ທັນຢັ້ງຢືນໄດ້ຈຳນວນຜູ້ໂດຍສານຢູ່ກ່ຳປັ່ນຖືກຈົມນ້ຳແມ່ນເທົ່າໃດຄົນ. ມາຮອດປະຈຸບັນ, ກຳລັງກູ້ໄພກູ້ຊີບຫາກໍ່ຊອກເຫັນສາກສົບ 4 ຄົນ ແລະ ກູ້ເອົາຊີວິດ 18 ຄົນ. ມີພາລະກອນກູ້ໄພກູ້ຊີບ, ໃນນັ້ນມີທັງຕຳຫຼວດ ແລະ ທະຫານປະມານ 400 ຄົນ ຍັງສືບຕໍ່ເຮັດວຽກງານຊອກຫາບັນດາຜູ້ຖືກຫາຍສາບສູນ. ວຽກງານກູ້ໄພກູ້ຊີບອາດຈະແກ່ຍາວຢ່າງໜ້ອຍສຸດເປັນເວລາ 1 ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ