ແຂກທ່ອງທ່ຽວຢ້ຽມຢາມກຸ້ງເກົ່າເຫ້ວ
(ພາບ: dantri.com)
|
(vovworld) – ໃນວັນທຳອິດຂອງປີໃໝ່ 2015 ນີ້, ຖ້ຳ ຟອງຍາ - ເກ໋ບ່າງ ແລະ ຕຽນເຊີນ ຂຶ້ນກັບເຂດມໍລະດົກທຳມະຊາດໂລກ ຟອງຍາ - ເກ໋ບ່າງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 1.000 ເທື່ອຄົນ, ໃນນັ້ນມີ 1/3 ແມ່ນແຂກທ່ອງທ່ຽວມາຈາກຫຼາຍປະເທດໃນໂລກ.
ແລະກໍ່ໃນວັນດຽວກັນ, ມີແຂກທ່ອງທ່ຽວປະມານ 10.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວຕ່າງປະເທດ 6.000 ຄົນໄດ້ມາຢ້ຽມຢາມເຂດປູຊະນີຍະສະຖານກຸ້ງເກົ່າ ເຫ້ວ.
ບ້ານ ຢົກ ແມ່ນທັດສະນີຍະພາບທ່ອງທ່ຽວທີ່ໂດ່ງດັ່ງໃນຊາຍແດນ ຫວຽດ - ຈີນ, ຂຶ້ນກັບເມືອງ ຈູງແຄ໋ງ, ແຂວງ ກາວບັ່ງ. ໃນໂອກາດປີໃໝ່ສາກົນນີ້, ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ແລະ ຊົມທັດສະນີຍະພາບຂອງປະເທດຊາດນັບມື້ນັບເພີ່ມຂຶ້ນ, ປະມານ 1.000 ເທື່ອຄົນ/ມື້.