ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ໄທ

(VOVWORLD) -ວັນທີ 21 ກໍລະກົດ, ທ່ານ ເລກ໊ວກຟອງ, ເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຫົວໜ້າຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ ທານີ ແສງຣັດ, ເອກອັກຄະລັດຖະທູດແຫ່ງ ລາຊະອານາຈັກໄທປະຈຳຫວຽດນາມ.
ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ໄທ - ảnh 1ທ່ານ ເລກ໊ວກຟອງ, ເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ໃຫ້ການຕ້ອນຮັບທ່ານ ທານີ ແສງຣັດ, ເອກອັກຄະລັດຖະທູດແຫ່ງ ລາຊະອານາຈັກໄທປະຈຳຫວຽດນາມ 

ທີ່ການຕ້ອນຮັບ, ທ່ານ ເລກ໊ວກຟອງ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ທ່ານ  ທານີ ແສງຣັດ ຈະເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການ ຂອງ ຊາວໜຸ່ມຫວຽດນາມ ມີເງື່ອນໄຂໄດ້ ສຳຜັດກັບວຽກງານຊາວໜຸ່ມຂອງໄທຕື່ມອີກ. ການພົວພັນລະຫວ່າງ ສອງປະເທດ ຫວຽດນາມ - ໄທ ຈະແມ່ນເງື່ອນໄຂສະດວກເພື່ອໃຫ້ບັນດາໂຄງການ ສົມທົບວຽກງານຊາວໜຸ່ມລະຫວ່າງສອງປະເທດມີການເຄື່ອນໄຫວຢ່າງມີປະສິດທິຜົນ.

ສ່ວນທ່ານ ທານີ ແສງຣັດ ໄດ້ແບ່ງປັນ 3 ບັນຫາທີ່ມີຄວາມສົນໃຈນັ້ນແມ່ນ: ຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ ໄທ - ຫວຽດນາມ, ຊຸກຍູ້ການຮ່ວມມື ແລະ ພັດທະນາຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງສອງປະເທດ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ໃນນັ້ນມີການຮ່ວມມືຊາວໜຸ່ມແມ່ນຊ່ອງທາງທີ່ສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ