ຊຸກຍູ້ການຮ່ວມມືເສດຖະກິດຫວຽດນາມ-ສະຫະພັນລັດເຊຍ
ເວທີປາໄສວິສາຫະກິດ ຫວຽດນາມ - ລັດເຊຍ
(ພາບ: nguyenhang)
(vovworld) – ຕອນເຊົ້າວັນທີ 14/12 ຢູ່ຮ່າໂນ້ຍ, ສະຖານທູດ ສະຫະພັນລັດເຊຍ, ອົງການຕ່າງໜ້າການຄ້າສະຫະພັນ ລັດເຊຍ ປະຈຳ ຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກຳ ສະຫະພັນ ລັດເຊຍ ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງເວທີປາໄສວິສາຫະກິດ ຫວຽດນາມ - ລັດເຊຍ. ເຫດການດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ ຫວຽດນາມ ແລະ ລັດເຊຍ ເປັນຈຳນວນຫລວງຫລາຍ. ຫວຽດນາມ ແລະ ລັດເຊຍ ມີສາຍພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືໃນຫລາຍຂົງເຂດຢ່າງແໜ້ນແຟ້ນ. ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດພວມນັບມື້ນັບເພີ່ມທະວີ ແລະ ໄດ້ຮັບການປັບປຸງຢູ່ບັນດາຂົງເຂດທີ່ເປັນເສົາຄ້ຳລວມມີ: ການຄ້າ, ການລົງທຶນ, ນ້ຳມັນອາຍແກັສ ແລະ ພະລັງງານໄຟຟ້າ. ມີວິສາຫະກິດຫລາຍແຫ່ງຂອງ ຫວຽດນາມ ຫວັງວ່າ: ບັນດາວິສາຫະກິດ ລັດເຊຍ ຈະຮ່ວມມືໃນບັນດາຂົງເຂດ ເຊິ່ງ ຫວຽດນາມ ພວມສົ່ງເສີມລົງທຶນຄື: ພັດທະນາພະລັງງານໃໝ່, ພະລັງງານຜະລິດຄືນໃໝ່, ປຸງແຕ່ງກະສິກຳ - ປ່າໄມ້, ສິນໃນນ້ຳ, ສ້າງ ແລະ ພັດທະນາພື້ນຖານໂຄງລ່າງ…