ຊຸກຍູ້ຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ

ຊຸກຍູ້ຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ - ảnh 1
ເຂດ​ລຸ່ມ​ແມ່​ນ້ຳຂອງ
(ພາບ: HKVN)

 (vovworld) - ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຖື​ຂໍ້​ລິ​ເລີ່​ມ​ເຂດ​ລຸ່ມ​ແມ່​ນ້ຳຂອງ (ຫຼື LMI) ​ເປັນ​ສຳຄັນ, ຕີ​ລາຄາ​ສູງ​ບົດບາດ​ຂອງ​ແຕ່ລະ​ປະ​ເທດ​ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ມານະ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​​ຂໍ້​ລິ​ເລີ່​ມນີ້. ​ໃນ​​ກອງ​ປະຊຸມ​ສຳ​ມະ​ນາ “​ເປີດ​ກ້ວາງ​ການ​ຮ່ວມ​ມື” ​ໂດຍ​ສະຖານທູດ ຫວຽດນາມ ປະຈ​ຳ ອາ​ເມ​ລິ​ກາ ພ້ອມ​ກັບ ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ສົມທົບ​ກັນ​ຈັດ​ຂຶ້ນຢູ່ ວໍ​ຊິງ​ຕັນ ​ເມື່ອ​ວັນ​ທີ 1/5, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມ​ກວາງ​ວີ​ງ ​ໄດ້​ຮັບ​ຮູ້ ​ເລື່ອງ LMI ນັບ​ມື້​ນັບ​ພັດທະນາ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເປີດ​ກ້ວາງ​ກ່ຽວ​ກັບ​ຂອບ​ຂະໜາດ, ​ແມ່ນ​ຄວາມ​ມານະ​ພະຍາຍາມ​ສຳຄັນ​ໃນ​ການ​ພົວພັນ ອາ​ເມ​ລິ​ກາ - ອາ​ຊຽນ. ທ່ານ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ​ແລະ ບັນດາ​ບໍລິສັດ ອາ​ເມ​ລິ​ກາ ​ທີ່ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ເວທີປາ​ໄສ​ເພື່ອ​ພ້ອມ​ກັນ​ຊຸກ​ຍູ້ LMI ພັດທະນາ. ສ່ວນ​ທ່ານ​ຜູ້​ວ່າການ​ແທນ​ຜູ້​ຊ່ວຍ​ວຽກ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Joseph Yun ​ໃຫ້​ຮູ້​ວ່າ: LMI ສວມ​ບົດບາດ​ສຳຄັນ​ໃນ​ນະ​ໂຍບາຍ​ສ້າງ​ຄວາມດຸ່ນດ່ຽງ ຢູ່ ອາຊີ ຂອງ ອາ​ເມ​ລິ​ກາ. ທ່ານ​ກໍ່​ຕີ​ລາຄາ​ສູງ​ບົດບາດ​ຂອງ ຫວຽດນາມ ​ໃນ​ການ​ຊຸກຍູ້​ຂໍ້​ລິ​ເລີ່​ມນີ້.

 

 

 

ຂ່າວ/ບົດ​ອື່ນ