ຊຸກຍູ້ວິສາຫະກິດພາກເອກະຊົນໃຫ້ເຕີບໃຫຍ່ແລະພັດທະນາ

(VOVWORLD) -ຕອນບ່າຍວັນທີ 10 ກໍລະກົດ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໄດ້ສົມທົບກັບສະຖາບັນຄົ້ນຄວ້າ ແລະ ຄຸ້ມຄອງເສດຖະກິດສູນກາງຈັດຕັ້ງເວທີປາໄສດ້ວຍຫົວຂໍ້ວ່າ “ປະຕິບັດມະຕິເລກທີ 10 ກ່ຽວກັບເລື່ອງສືບຕໍ່ສ້າງສະພາບແວດລ້ອມແຫ່ງການພັດທະນາເສດຖະກິດພາກເອກະຊົນໃຫ້ສົມບູນແບບ”. 

ເວທີປາໄສໄດ້ຍົກອອກບັນດາສິ່ງກີດຂວາງ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ສະເໜີບັນດາມາດຕະການແກ້ໄຂໜູນຊ່ວຍພາກສ່ວນເສດຖະກິດເອກະຊົນພັດທະນາແບບຍືນຍົງ ແລະ ມີປະສິດທິຜົນ. ເພື່ອສ້າງກຳລັງໜູນໃຫ້ເສດຖະກິດພາກເອກະຊົນພັດທະນາ, ສົ່ງເສີມສ້າງເງື່ອນໄຂໃຫ້ບັນດາຄອບຄົວດຳເນີນທຸລະກິດເປີດກວ້າງຂອບຂະໜາດ, ຍົກສູງປະສິດທິຜົນການເຄື່ອນໄຫວ. ທີ່ກອງປະຊຸມ, ທ່ານຮ່ວາງກວາງຟ່ອງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ຖືວ່າ.

        “ຕ້ອງມີການເຂົ້າຮ່ວມຂອງບັນດາອົງການຄຸ້ມຄອງ ແລະ ສະຫະສະມາຄົມວິສາຫະກິດຊ່ວຍວິສາຫະກິດພາກເອກະຊົນພັດທະນາຄືສ້າງກົນໄກນະໂຍບາຍໃຫ້ສົມບູບແບບ. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດກໍຄວນສ້າງໂຄງປະກອບການຜະລິດຄືນໃໝ່, ສຸມໃສ່ເຂົ້າໃນບັນດາຂົງເຂດທຸລະກິດຫຼັກແຫຼ່ງ ແລະ ຜະລິດອອກບັນດາຜະລິດຕະພັນທີ່ມີທ່າແຮງຂອງວິສາຫະກິດແຕ່ລະແຫ່ງ. ຈາກນັ້ນ, ວິສາຫະກິດພາກເອກະຊົນກໍ່ຢັ້ງຢືນຄຸນນະພາບຂອງຜະລິດຕະພັນກາບໍລິການຂອງຕົນ ແລະ ສ້າງມູນຄ່າເພີ່ມສູງ ແລະ ເຂົ້າຮ່ວມລະບົບມູນຄ່າ. ເຮັດໄດ້ຄືແນວນັ້ນ, ພວກເຮົາຈຶ່ງມີກຳລັງວິສາຫະກິດພາກເອກະຊົນພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ