ຊີຣີ ຕ້ອງການມີກຳລັງທະຫານຮັກສາສັນຕິພາບສາກົນ

ຊີຣີ ຕ້ອງການມີກຳລັງທະຫານຮັກສາສັນຕິພາບສາກົນ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 29/11, ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ (AL) ທ່ານ Lakhdar Brahimi ​ໃຫ້​ຮູ້​ວ່າ, ສະພາບ​ການ​ຢູ່​ຊີຣີ “ພວມ​ນັບ​ມື້​ນັບ​ຊົ່ວຮ້າຍ​ລົງ” ​ແລະ ຕ້ອງ​ການ​ມີກຳລັງ​ທະຫານ​ຮັກສາ​ສັນຕິພາບ​​ເພື່ອ​ຮັບປະກັນ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ນີ້. ລາຍ​ງານ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ທູດ​ພິ​ເສດ Brahimi ຊີ້​ແຈ້ງວ່າ, ບັນດາ​ຝ່າຍ​ຢູ່​ຊີຣີ ບໍ່​ມີ​ມາດ​ຕະການ​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​​ໃນປະຈຸ​ບັນ. ​ໃນ​ຂະ​ນະ​ນັ້ນ, ປະຊາ​ຄົມ​ພາກ​ພື້ນ​ກໍ່​ບໍ່​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ ​ເພື່ອ​ຊຸກຍູ້​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ປະ​ເທດ​ນີ້. ທ່ານ Brahimi ​ຖື​ວ່າ ມາດ​ຕະການ​ສັນຕິພາບ​ພຽງ​ເລີ່​ມ​ມາ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໂດ​ຍຜ່ານ​ມະຕິ​ທີ່​ຮຽກຮ້ອງ​​ໃຫ້ສ້າງ​ຕັ້ງ​ລັດຖະບານ​ຂ້າມ​ຜ່ານ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ນອງ​ເລືອດ​ຢູ່​ຊີຣີ ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ