ຍົກສູງບົດບາດຂອງສະພາແຫ່ງຊາດໃນວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງ

ຍົກສູງບົດບາດຂອງສະພາແຫ່ງຊາດໃນວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງ - ảnh 1
( ພາບປະກອບ )

(vovworld) -     ວັນ​ທີ 9/8, ຢູ່​ນະຄອນ​ຮ້າ​ລອງ (ກວາງ​ນິງ), ສະ​ຖາ​ບັນ​ຄົ້ນຄວ້າ​ນິຕິບັນຍັດ​ຂອງ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ສົມທົບ​ກັບ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ (UNDP) ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ​ວ່າ “ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ວຽກ​ງານ​ປ້ອງກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ເຊິ່ງນອນ​ໃນ​ໂຄງການ “​ເພີ່ມ​ທະວີ​ການ​ຄົ້ນຄວ້ານິຕິບັນຍັດ ​ແລະ ກຳລັງຄວາມ​ສາມາດ​ດ້ານ​ເຕັກ​​ໂນ​ໂລ​ຊີ​​ໂທລະ​ຄົມ​ໃຫ້​ສະ​ຖາ​ບັນ​ຄົ້ນຄວ້ານິຕິບັນຍັດ” ​ໂດຍ UNDP ໜູນ​ຊ່ວຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບົດ​ປະກອບ​ຄວາມ​ເຫັນ​ຂອງ​ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ຄື: ບັນຫາ​ທິດ​ສະ​ດີ ​ແລະ ສະພາບ​ຕົວ​ຈິ່ງ​ໃນ​ວຽກ​ງານ​ປ້​ອງກັນ ​ແລະ ຕ້ານ​ສໍ້​ລາດ​ບັງ​ຫຼວງຢູ່​ຫວຽ​ດນາມ; ສົນ​ທິສັນຍາ​ຂອງ​ສະ​ຫະປະຊາ​ຊາ​ດກ່ຽວ​ກັບ​ການ​ຕ້ານ​ສໍ້​ລາດ​ບັງ​ຫຼວງ; ບົດ​ຮຽນ​ສາກົນ​ກ່ຽວ​ກັບ​ບົດບາ​ດຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ, ຄຳກ່າວ​ເຕື່ອນສຳລັບ​ຫວຽດນາມ; ​ເລື່ອງ​ປະຕິບັດ​ບັນດາ​ບົດບາດ​ໜ້າ​ທີ່​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ; ໜູນ​ຊ່ວຍ​ສະພາ​ແຫ່ງ​ຊາດ​ໃນ​ການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ… ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ເພື່ອ​ຍົກ​ສູງ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ, ສະພາ​ແຫ່ງ​ຊາດ​ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບກ່ຽວ​ກັບ​ການ​ປະກາດ​​ໃຊ້ບັນ​ດາ​ເອກະສານນິຕິ​ກຳ ​ເພື່ອ​ແນ​ໃສ່​ຈຳກັດ​ກາລະໂອກາດສໍ້​ລາດ​ບັນ​ຫຼວງ; ຍົກສູງ​ຄຸນ​ນະພາ​ບຂໍ້​ຕົກລົງ, ອະນຸມັດ​ຜ່ານ ​ແລະ ຕິດຕາມ​ກວດກາງົບປະມານ, ຕົກລົງ​ບັນດາ​ລາຍການ, ​ໂຄງການ​ສຳຄັນ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ