ພາບປະກອບ:internet
|
(vovworld)- ປະລິມານເຂົ້າສານເພີ່ມຂຶ້ນຢ່າງລຽນຕິດໃນກວ່າ 20 ປີຜ່ານມາ ໄດ້ຊ່ວຍໃຫ້ຫວຽດນາມ ບໍ່ພຽງແຕ່ຄ້ຳປະກັນດ້ານສະບຽງອາຫານພາຍໃນປະເທດເທົ່ານັັ້ນ ຫຫາກຍັງແມ່ນຫນຶ່ງໃນ 3 ປະເທດສົ່ງອອກເຂົ້າສານຫລາຍກວ່າໝູ່ຢູ່ໃນໂລກອີກດ້ວຍ. ເຖິງວ່າບັນລຸໄດ້ຜົນງານຄືດັ່ງກ່າວກໍຕາມ ແຕ່ລາຍຮັບຂອງຊາວກະສິກອນບໍ່ທັນໄດ້ຮັບການປັບປຸງ. ການສົ່ງອອກເຂົ້າສານຂອງຫວຽດນາມ ຍັງອີງໃສ່ບາງຕະຫລາດ ແລະ ມູນຄ່າການສົ່ງອອກບໍ່ທັນສູງ. ທ່ານ ຫງວຽນດືກແທ່ງ, ຜູ້ອຳນວຍການສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍຖືວ່າ:
“ໃນລະບົບຜະລິດເຂົ້າສານປະຈຸບັນ ຄວນມີຫົວຫນ່ວຍຮັບຜິດຊອບການກຳນົດທິດ. ບັນດາບໍລິສັດສົ່ງອອກ ແມ່ນອົງການທີ່ມີຜົນສະທ້ອນຢ່າງແຮງເຖິງລະບົບຜະລິດເຂົ້າສານ. ຂ້າພະເຈົ້າສະເຫນີ ຄວນເອົາໃຈໃສ່ເປັນພິເສດເຖິງການລົງທຶນບັນດາໂຮງສີເຂົ້າ.”