ພາບປະກອບ: TTXVN
|
(vovworld) - ທ່ານນາຍົກລັດຖະມົນຕີ ຫາກໍ່ປະກາດໃຊ້ຂໍ້ຕົກລົງອະນຸມັດໂຄງການ“ຍົກສູງສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນ, ສິນຄ້າຂະແຫນງອຸດສາຫະກຳ” ທີ່ຂຶ້ນກັບໂຄງການແຫ່ງຊາດ “ຍົກສູງສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນ, ສິນຄ້າຂອງວິສາຫະກິດ ຫວຽດນາມ ຮອດປີ 2020”. ຈຸດໝາຍລວມຂອງໂຄງການນັ້ນແມ່ນ: ຍົກສູງສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນ, ສິນຄ້າອຸດສາຫະກຳຫລັກແຫລ່ງ ບົນພື້ນຖານນຳໃຊ້ບັນດາມາດຕະການຄຸ້ມຄອງ, ນຳໃຊ້ວິທະຍາສາດ, ປ່ຽນໃຫມ່ເຕັກໂນໂລຊີ, ລົງທຶນ ເພື່ອສ້າງການຫັນປ່ຽນໂດຍພື້ນຖານຈາກສະມັດຕະພາບ, ຄຸນນະພາບຕຳ່, ມູນຄ່າເພີ່ມຕຳ່, ອຸດສາຫະກຳຕຳ່ ມາຍັງສະມັດຕະພາບສູງ, ຄຸນນະພາບ ແລະ ມູນຄ່າເພີ່ມສູງ, ເຕັກໂນໂລຊີທີ່ມີລັກສະນະວິທະຍາສາດສູງ, ເພີ່ມຄຸນຄ່າສິນຄ້າພາຍໃນປະເທດ, ປະກອບສ່ວນຍົກສູງອັດຕາສ່ວນປະກອບຂອງສະມັດຕະພາບ.