ຍ້ອງຍໍຊົມເຊີຍບັນດາແບບຢ່າງທີ່ກ້າວໜ້າຈຳນວນ 180 ຄົນໃນໝູູ່ຊາວຄຼິດ

ຍ້ອງຍໍຊົມເຊີຍບັນດາແບບຢ່າງທີ່ກ້າວໜ້າຈຳນວນ 180 ຄົນໃນໝູູ່ຊາວຄຼິດ - ảnh 1
ທ່ານ ຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສ່ວນ​ບຸກ​ຄົນ​ໃນ​ກອງ​ປະ​ຊຸມ


(vovworld)- 5 ປີ​ທີ່​ຜ່ານ​ມາ, ຂະ​ບວນ​ກາ​ນ​ທົ່ວ​ປວ​ງ​ຊົນ​ສາ​ມັກ​ຄີ​ສ້າງ​ຊີ​ວິດ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊຸມ​ຊົນ, ສ້າງ​ການ​ລົງ​ຊີ​ວິດ ແລະ ສາ​ສະ​ໜາ​ໃຫ້​ດີ​ງາມ​ໃນ​ໝູ່​ຊາວ​ຄຼິດ ຕິດ​ພັນ​ກັບ​ຂະ​ບວນ​ການ​ແຂ່ງ​ຂັນ​ໂດຍ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ຊາວ​ຄຼິດ​ຫວຽດ​ນາມ​ປຸກ​ລະ​ດົມ ໄດ້ ແລະ ພວມ​ເສີມ​ຂະ​ຫຍາຍ​ຄຸນ​ປະ​ໂຫຍດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທີ່​ແທດ​ຈິງ​ໃນ​ການ​ດຳ​ລົງ​ຊີ​ວິດ​ຢູ່​ບັນ​ດາ​ເຂດ​ມີ​ຊາວ​ຄຼິດ​ດຳ​ລົງ​ຊີ​ວິດ. ບັນ​ດາ​ເນື້ອ​ໃນ​ຂອງ​ຂະ​ບວນ​ການ​ແມ່ນ​ຖືກ​ຕ້ອງ​ກັບ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ, ສອດ​ຄ່ອງ​ກັບ​ຄວາມ​ມຸ່ງ​ຫວັງ ແລະ ວິ​ຖີ​ຊີ​ວິດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ. ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ນີ້, ໄດ້​ປ​ະ​ກົດ​ມີ​ບັນ​ດາ​ບັນ​ດາ​ແບບ​ຢ່າງວຽກ​ດີ​ຄົນ​ເດັ່ນ​ໃນ​ການ​ອອກ​ແຮງ​ງານ, ທຳ​ການ​ຜະ​ລິດ, ພັດ​ທະ​ນາ​ເສດ​ຖະ​ກິດ, ຊ່ວຍ​ກັນ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ…. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ແບບ​ຢ່າງ​ທີ່​ກ້າວ​ໜ້າ​ຈຳ​ນວນ 180 ຄົນໃນ​ໝູ​ູ່​ຊາວ​ຄຼິດ ຊຶ່ງ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/9, ທ່ານ ຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ :

    “ ຕາງ​ໜ້າ​ພັກ , ລັດ ແລະ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຊົມ​ເຊີຍ ແລະ ອວຍ​ພອນ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ຊາວ​ຄຼິດ​ຫວຽດ​ນາມ​ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຢ່າງບໍ່​ຢຸດຢັ້ງ ແລະ ມີ​ປະ​ສິດ​ທິ​ຜົນ. ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ປະ​ກອບ​ສ່ວນ​ສ້າງ​ຄວາມ​ສາ​ມັກ​ຄີ​ຢ່າ​ງ​ກ້​ວາງ​ຂວາງ​ໃນ ໝູ​ູ່​ຊາວ​ຄຼິດ, ຍູ້​ແຮງ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ສ້າງ​ກຸ່ມ​ກ້ອນມ​ະ​ຫາ​ສາມ​ັກ​ຄີ​ທົ່ວ​ປວງ​ຊົນ​ໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້​ມ​ແຂ​ງ ”
ຂ່າວ/ບົດ​ອື່ນ