ຕອບບຸນແທນຄຸນບັນດາຄູອາຈານເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູຫວຽດນາມ 20 ພະຈິກ

(VOVWORLD) -ລາຍການຕອບບຸນແທນຄຸນປີ 2020 ດ້ວຍຫົວຂໍ້ວ່າ “ຄວາມຜາສຸກ”.

ຕອບບຸນແທນຄຸນບັນດາຄູອາຈານເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູຫວຽດນາມ 20 ພະຈິກ - ảnh 1 ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ກ່າວຄຳເຫັນທີ່ພິທີ

(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູຫວຽດນາມ ຄືວັນທີ 20 ພະຈິກ, ວັນທີ 15 ພະຈິກ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ, ກຳມະບານສຶກສາຫວຽດນາມ ໄດ້ຈັດລາຍການຕອບບຸນແທນຄຸນປີ 2020 ດ້ວຍຫົວຂໍ້ວ່າ “ຄວາມຜາສຸກ”. ລາຍການແມ່ນເພື່ອແນໃສ່ເຊີດຊູ, ຕອບບຸນແທນຄຸນບັນດາຄູອາຈານ, ຜູ້ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກຢ່າງມິດງຽບ, ອຸທິດສ່ວນ, ປະກອບສ່ວນໃຫ້ແກ່ພາລະກິດສຶກສາສ້າງຄົນຂອງຫວຽດນາມ.

        ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ປາດຖະໜາວ່າ, ບັນດາຄູອາຈານຍາມໃດກໍ່ຈະຮັກອາຊີບ, ຮັກສາຄວາມໄວ້ເນື້ອເຊື່ອໃຈ, ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃຫ້ແກ່ລຸ້ນໜຸ່ມຫວຽດນາມ - ເຊິ່ງແມ່ນອະນາຄົດຂອງປະເທດຫວຽດນາມ; ບັນດານັກຮຽນຈົ່ງສູ້ຊົນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນຄົນດີ ເພື່ອຕອບບຸນຄຸນອັນໃຫຍ່ຫຼວງຂອງບັນດາຄູອາຈານ.

ຕອບກັບ

ຂ່າວ/ບົດ​ອື່ນ