ທົ່ວປະເທດສົ່ງອອກ ເຂົ້າສານເກືອບ 4 ລ້ານໂຕນ

ທົ່ວປະເທດສົ່ງອອກ ເຂົ້າສານເກືອບ 4 ລ້ານໂຕນ - ảnh 1
ພາບປະກອບ

( vovworld ) – ​ຕາມ​ສະຫະ​ສະມາຄົມ​ທັນ​ຍາ​ຫານ​ຫວຽດນາມ​ (VFA) ແລ້ວ , ​ໃນ​ເດືອນ 7/2012, ທົ່ວ​ປະ​ເທ​ດ​ໄດ້​ສົ່ງ​ອອກ​ເຂົ້າສານ​ຕື່ມ​ອີກ​ເກືອບ 550.000 ​ໂຕນ, ວົງ​ເງິນ​ສົ່ງ​ອອກ​ບັນລຸ​ກ່ວາ 230 ລ້ານ​ໂດ​ລາ​ສະຫະລັດ, ນຳປະລິມານ​ສົ່ງ​ອອກ​ເຂົ້າສານ​ທັງ​ໝົດ​ແຕ່​ຕົ້ນປີ​ມາ​ຮອດ​ປະຈຸ​ບັນ​ບັນລຸ​ເກືອບ 4 ລ້ານ​ໂຕນ, ວົງ​ເງິນ​ສົ່ງ​ອອກ​ບັນລຸ 1,8 ຕື້​ໂດ​ລາ​ສະຫະລັດ. ​ໄລ່​ຮອດ​ທ້າຍ​ເດືອນ 7/2012, ຫວຽດນາມ​ ​ໄດ້​ເຊັນ​ສັນຍາ​ສົ່ງ​ອອກ​ເຂົ້າ​ສານ​ດ້ວຍ​ປະລິມານ​ກ່ວາ 6 ລ້ານ​ໂຕນ, ​ເພີ່ມ 20% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຍ້ອນ​ບັນດາ​ວິ​ສາ​ຫະກິດ​ຍູ້​ແຮງ​ການ​ເກັບ​ຊື້​ເຂົ້າສານ​ສະ​ສົມ ​ແລະ ການສົ່ງ​ອອກ​ເຂົ້າສານມີ​ຄວາມ​ສະດວກ​ສະບາຍ​ນັ້ນ, ລາຄາ​ເຂົ້າສານ​ແຫ້ງ​ໃນສາງ​ຢູ່ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ