ທະນາຄານໂລກສືບຕໍ່ຮ່ວມເດີນທາງ,ຫນູນຊ່ວຍຫວຽດນາມປະຕິບັດບັນດາເປົ້າໝາຍເຕີບໂຕແລະພັດທະນາ

(VOVWORLD) -ທະນາຄານໂລກ ຈະສືບຕໍ່ຫນູນຊ່ວຍຫວຽດນາມ ປະຕິບັດບັນດາມາດຕະການປະຕິຮູບ 
ທະນາຄານໂລກສືບຕໍ່ຮ່ວມເດີນທາງ,ຫນູນຊ່ວຍຫວຽດນາມປະຕິບັດບັນດາເປົ້າໝາຍເຕີບໂຕແລະພັດທະນາ - ảnh 1

ຄະນະອຳນວຍການທະນາຄານໂລກ (WB) ຫາກໍ່ຮັບຮອງເອົາຮ່າງແຜນການຄູ່ຮ່ວມມືແຫ່ງຊາດໃຫມ່ຂອງກຸ່ມທະນາຄານໂລກ ກັບຫວຽດນາມ, ວາງອອກບັນດາການກຳນົດທິດສືບຕໍ່ຫນູນຊ່ວຍຫວຽດນາມ ຢ່າງແຮງ, ຮ່ວມເດີນທາງກັບ ຫວຽດນາມໃນວິວັດການປັບປຸງຜົນງານແຫ່ງການພັດທະນາ ແລະ ປະຕິບັດບັນດາເປົ້າໝາຍເຕີບໂຕ ແລະ ພັດທະນາ.  ທ່ານ Ousmane Dione, ຜູ້ອຳນວຍການແຫ່ງຊາດ ທະນາຄານໂລກ ປະຈຳຫວຽດນາມ ຢືນຢັນວ່າ: ໃນໄລຍະປະຕິບັດຮ່າງແຜນການຄູ່ຮ່ວມມືແຫ່ງຊາດຈະມາເຖິງ, ທະນາຄານໂລກ ຈະສືບຕໍ່ຫນູນຊ່ວຍຫວຽດນາມ ປະຕິບັດບັນດາມາດຕະການປະຕິຮູບ ເພື່ອສ້າງການກະທົບທີ່ມີລັກສະນະຍຸດທະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ