ທ່ານນາງຮອງປະທານປະເທດ ມອບຂອງຂວັນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງແຂວງ ຮ່ານາມ

ທ່ານນາງຮອງປະທານປະເທດ ມອບຂອງຂວັນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງແຂວງ ຮ່ານາມ - ảnh 1
( ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan )

( vovworld ) – ວັນ​ທີ 5/5, ຄະນະ​ກຳມະການ​ປະຊາຊົນ​​ແຂວງຮ່າ​ນາມ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ຂອງຂວັນ​ໃຫ້​ນັກ​ຮຽນທີ່​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ ແລະ​ ຍ້ອງຍໍ​ນັກຮຽນ​​​ເກັ່ງສົກຮຽນ 2011 – 2012. ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ມອບ​ຂອງ​ຂວັນ​ໃຫ້​​ນັກ​ຮຽນທີ່​ທຸກ​ຍາກ​ແຕ່​ຮຽນ​ເກັ່ງຂອງ 6 ​ເມືອງ, ນະຄອນ​ໃນ​ບໍລິ​ເວັນ​ແຂວງ ​ແລະ ຄູອາຈານ 13 ຄົນ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ບຳລຸງ​ສ້າງ​ນັກຮຽນ​ເກັ່ງ​ລະດັບ​ຊາດ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງຂະ​ແໜງ​ສຶກສາ​ແຂວງ ຮ່າ​ນາມ ບັນລຸ​ໄດ້. ພ້ອມ​ທັງ ຊົມ​ເຊີຍ​ຈິດ​ໃຈ​ຜ່ານ​ຜ່າ​ຄວາມທຸກ​ຍາກ​ບືນ​ຕົວ​ຂຶ້ນ​ຂອງພວກ​ນ້ອງ​ນັກຮຽນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ກໍ​ຮຽນ​ກຮ້ອງ​​ໃຫ້ບັນດາອົງການຈັດ​ຕັ້ງມະຫາຊົນ, ສ່ວນ​ບຸກ​ຄົນຕ້ອງ​ມີ​ການ​ກະທຳ​ອັນ​​ແທດ​ຈິງຫຼາຍ​ຢ່າງ​ກ່ວາ​ອີກ​ທີ່​ມີຕໍນັກຮຽນ​ເຊິ່ງ​ແມ່ນອະນາຄົດ​ຂອງ​ປະ​ເທດ​ຊາດ ພິ​ເສດ​ແມ່ນ​ບັນດາ​ຮັກ​ຮຽນ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແຕ່​ຮຽນ​ເກັ່ງ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ກໍ່​ຮຽກ​ຮອງ​ໃຫ້ການ​ນຳ, ບັນດາ​ອົງການ​ຈັດ​ຕັ້ງມະຫາຊົນ​ຂອງ​ແຂວງ ຮ່າ​ນາມ ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ສຶກສາ ບຳລຸງ​ສ້າງ​ກ່ວາ​ອີກ ​ເພື່ອ​ສືບ​ຕໍເສີມ​ຂະຫຍາຍ​ມູນ​ເຊື້ອ​ມັກ​ການຮໍ່າຮຽນ​ຂອງ​ບ້ານ​ເກີດ​ເມືອງ​ນອນ.

ຂ່າວ/ບົດ​ອື່ນ