ທ່ານນາຍົກລັດຖະມົນຕີ ຢູແກຼນ ແຈ້ງຂ່າວ ຄາດຄະເນຈະສ້າງຕັ້ງພັນທະມິດ
ທ່ານນາຍົກລັດຖະມົນຕີ ຢູແກຼນ Arseniy Yatsenyuk
(ພາບ: baotintuc.vn)
(vovworld) – ວັນທີ 29/10, ທ່ານນາຍົກລັດຖະມົນຕີ ຢູແກຼນ Arseniy Yatsenyuk ຖະແຫຼງວ່າ ພັກ “ແນວໂຮມປະຊາຊົນ” ຂອງທ່ານ, ພັກທີ່ພວມນຳໜ້າໃນການເລືອກຕັ້ງສະພາແຫ່ງຊາດປະເທດນີ້ໂດຍຊົ່ວຄາວ, ຕ້ອງສ້າງຕັ້ງພັນທະມິດດ້ວຍຕົນເອງທີ່ມີຊື່ວ່າ “ຢູແກຼນ ຂອງເອີລົບ” ແລະ ທ່ານຈະຊີ້ນຳນະພາລັດຖະບານ. ທ່ານນາຍົກລັດຖະມົນຕີ Yatsenyuk ຢືນຢັນພັກ “ກຸ່ມ Poroshenko” ຂອງທ່ານປະທານາທິບໍດີ Petro Poroshenko ແມ່ນຄູ່ຮ່ວມມືຍຸດທະສາດໃນການສ້າງຕັ້ງພັນທະມິດ, ພ້ອມທັງໃຫ້ຮູ້ວ່າ, ເພື່ອສຳພັນທະມິດຕ້ອງມີການເຂົ້າຮ່ວມຂອງບັນດາພັກ “Batkicdhina” (ປະເທດຊາດ), “Samopomich” (ກຸຕົນເອງ) ແລະ ພັກສັງຄົມກ້າວໜ້າ. ທ່ານສະແດງຄວາມເຊື່ອໝັ້ນວ່າ ທ່ານປະທານາທິບໍດີ Poroshenko ຈະສະໜັບສະໜູນບັນດາຫຼັກການກະຈ່າງແຈ້ງໃນການສ້າງຕັ້ງລັດຖະບານ.