ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບເສນາທິການໃຫຍ່ບັນດາກຳລັງປະກອບອາວຸດປະຕິວັດ ກູບາ
(VOVWORLD) - ຕອນບ່າຍວັນທີ 16 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ໃຫ້ການຕ້ອນຮັບທ່ານພົນໂທ Alvaro Lopez Miera, ເສນາທິການໃຫຍ່ບັນດາກຳລັງປະກອບອາວຸດປະຕິວັດ ກູບາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໃຫ້ການຕ້ອນຮັບທ່ານພົນໂທ Alvaro Lopez Miera, ເສນາທິການໃຫຍ່ບັນດາກຳລັງປະກອບອາວຸດປະຕິວັດ ກູບາ (ພາບ: VGP) |
ນະທີ່ນີ້, ທ່ານພົນໂທ Alvaro Lopez Miera ມີຄວາມປາດຖະໜາຢາກໃຫ້ ຫວຽດນາມແບ່ງປັນບົດຮຽນ, ປະສົບການ, ໜູນຊ່ວຍ ກູບາຍູ້ແຮງການກະເສດຍ້ອນວ່າກອງທັບ ກູບາສວມບົດບາດສຳຄັນໃນການຜະລິດສະບຽງອາຫານໃຫ້ແກ່ປະເທດຊາດ. ນອກຈາກນັ້ນ, ກູບາມີຄວາມປາດຖະໜາຢາກ ຫວຽດນາມໜູນຊ່ວຍພັດທະນາຂະແໜງອຸດສາຫະກຳ, ໃນນັ້ນມີການຕໍ່ກຳປັ່ນ. ກູບາກໍ່ມີຄວາມຮຽກຮ້ອງຕ້ອງການຮ່ວມມືກັບ ຫວຽດນາມໃນການປ້ອງກັນຄວາມປອດໄພດ້ານອິນເຕີແນັດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັ້ກວ່າ ຫວຽດນາມຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບກູບາ, ໜູນຊ່ວຍກູບາຈົນສຸດຄວາມສາມາດຂອງຕົນ. ສ່ວນບັນຫາຄວາມປອດໄພດ້ານອິນເຕີແນັດ, ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມ ມີປະສົບການໃນການແກ້ໄຂບັນຫານີ້, ດັ່ງນັ້ນ, ກູບາອາດຈະເຊື່ອໝັ້ນ ຫວຽດນາມໃນການຮ່ວມມືກ່ຽວກັບຂະແໜງນີ້. ການຮ່ວມມືນີ້ຈະນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ສອງປະເທດ.