ທ່ານປະທານປະເທດ ເຈືອງເຕີ້ນຊາງ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນມູນເຊື້ອກົມໃຫຍ່ເຕັກນິກ

ທ່ານປະທານປະເທດ ເຈືອງເຕີ້ນຊາງ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນມູນເຊື້ອກົມໃຫຍ່ເຕັກນິກ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ)

(vovworld)-​​​ ກ່າວ​ຄຳ​ເຫັນ​ທີ່ພິທີ​ສະ​ເຫຼີມ​ສະຫຼອງ 40 ປີ ແຫ່ງວັນ​ມູນ​ເຊື້ອ​ກົມ​ໃຫຍ່​ເຕັກ​ນິກໃນ​ຕອນ​ເຊົ້າ​ວັນ​ທີ 10/9, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ ຊີ້​ແຈ້ງວ່າ: ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ຮັບ​​ໜ້າ​ທີ່​ເປັນ​ກຳ​ລັງແກ່ນ​ສານ​​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ປ້ອງ​ກັນ​ພັກ, ​ປົກ​ປັກ​ຮັກ​ສາ​ລະ​ບອບ​ສັງ​ຄົມ​ນິ​ຍົມ ແລະ ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ຈາກພັກ, ລັດ ແລະ ປະ​ຊາ​ຊົນ ເພື່ອ​ກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ ຮ້ຽກ​ຮ້ອງ​ໃຫ້​ກົມ​ໃຫຍ່​ເຕັກ​ນິກ ພ້ອມ​ກັບ​ຂະ​ແໜງເຕັກ​ນິກ​ທົ່ວ​ກອງ​ທັບ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ອົງ​ການ​ເຈົ້າ​ພາບ​ເປັນ​ຢ່າງ​ດີ, ເປັນເສ​ນາ​ທິ​ການ​ໃຫ້​​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ວຽກ​ງານ​ເຕັກ​ນິກ​ການ​ທະ​ຫານ; ຮັບ​ປະ​ກັນ​ດ້ານ​ເຕັກ​ນິກ ເພື່ອ​ຮັກ​ສາ, ນຳ​ໃຊ້​ອາ​ວຸດ​, ເຄື່ອງອຸ​ປະ​ກອນ​ຈຳ​ນວນ​ໜຶ່ງ​​ທີ່​​ມີ​ຢູ່​ແລ້ວ​ໃນ​ປະ​ຈຸ​ບັນຢ່າງຍາວ​ນານ; ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ຄົ້ນຄ້​ວາ​, ເປັນ​ເຈົ້າບັນ​ດາ​ອາ​ວຸດ, ເຄື່ອງ​ອຸ​ປະ​ກອນ​ໃໝ່​. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ ກໍ່​ສະ​ເໜີ​ໃຫ້​ກົມ​ໃຫຍ່​ເຕັກ​ນິກ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ບຳ​ລຸງ​ສ້າງ, ຝຶກອົບ​ຮົມ, ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ, ນັກ​ເຕັກ​ນິກ​​ໃຫ້ມີ​ຄຸນ​ນະ​​ທາດ​ດ້ານ​ການ​ເມືອງ, ຄຸນ​ສົມ​ບັດ​ທີ່​ດີ, ​ມີລະ​ດັບ​ຄວາມ​ຮູ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ ແລະ ມີຈິນ​ຕະ​ນາ​ການ​ປະ​ດິດ​ສ້າງ​ສູງໃນ​ວຽກ​ງານ.

ຂ່າວ/ບົດ​ອື່ນ