ທ່ານປະທານປະເທດ ເຈືອງເຕີ໋ນຊາງ ມອບຂໍຕົກລົງເລື່ອນຊັ້ນ
ໃຫ້ເທ່ານ ບຸຍກວາງເບ່ນ ແລະ ທ່ານ ເຟືອງມິງຮ່ວາ
(ພາບ: congan.com.vn)
(vovworld) - ຕອນເຊົ້າວັນທີ 23/7, ຢູ່ຮ່າໂນ້ຍ, ຫ້ອງວ່າການປະທານປະເທດຈັດຕັ້ງພິທີປະກາດ ແລະ ມອບຂໍຕົກລົງເລື່ອນຊັ້ນຈາກພົນຕີຂຶ້ນພົນໂທສຳລັບລັດຖະມົນຕີຊ່ວຍວ່າການກະຊວງຕຳຫລວດທ່ານ ບຸຍກວາງເບ່ນ ແລະ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ທ່ານ ເຟືອງມິງຮ່ວາ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ໄດ້ມອບຂໍ້ຕົກລົງນີ້. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເນັ້ນໜັກວ່າ: ນີ້ແມ່ນຄວາມເປັນກຽດຂອງນາຍພົນ 2 ຄົນ ແລະ ແມ່ນຄວາມພາກພູມໃຈລວມຂອງກຳລັງປະກອບອາວຸດ ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຮຽກຮ້ອງ ພົນໂທ ບຸຍກວາງເບ່ນ ແລະ ພົນໂທ ເຟືອງມິງຮ່ວາ ສຸດຈິດສຸດໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ສູ້ຊົນປະຕິບັດສຳເລັດທຸກໜ້າທີ່ ຊຶ່ງພັກ, ລັດ ແລະ ປະຊາຊົນໄດ້ມອບໃຫ້.