ທ່ານປະທານສະພາສູງ ສ. ຈີເລ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ທ່ານປະທານສະພາສູງ ສ. ຈີເລ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ Guido Girardin Lavin
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກປະທານ​ສະພາ​​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງຮູ່ງ, ຕອ​ນ​ຄຳ​່ວັນ​ທີ  27/2, ຄະນະ​ຜູ້​ແທນ​ສະພາ​ສູງ ສ. ຈີ​ເລ ​ໂດຍ​ທ່ານ Guido Girardin Lavin, ປະທານ​ສະພາ​ສູງນຳ​ໜ້າ​ໄດ້​ເດີນທາງ​ມາ​ຮອດ​ນາ​ຄອນ​ຫຼວງ ຮ່າ​ໂນ້ຍ, ​ເລີ່​ມ​ຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ. ຮ່ວມ​ເດີນທາງ​ພ້ອມ​ກັບ​ຄະນະ​ຍັງ​ມີ​ທ່ານ Juan Pablo Letelier Morel, ຮອງ​ປະທານ​ສະພາ​ສູງ, ທ່ານ Carlor Ignacio Kuschel Silva, ສະມາຊິກ​ສະພາ​ສູງ, ຮອງ​ປະທານ​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ສູງ, ​ທ່າ​ນ Fernaldo Urrutia, ເອກ​ອັກ​ຄະ​ລັດຖະທູດ ສ. ຈີ​ເລ​ ປະຈຳ​ຫວຽດນາມ ​ແລະ ທ່ານ​ນາງ Paula Echenique, ພັນ​ລະ​ຍາ​ປະທານ​ສະພາ​ສູງ, ​ແລະ ທ່ານ​ນາງ Marcela Briones, ພັນ​ລະ​ຍາ​ຮອງ​ປະທານ​ສະພາ​ສູງ.

ຂ່າວ/ບົດ​ອື່ນ