ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ຕ້ອນຮັບປະທານກຸ່ມບໍລິສັດ KPMG
ທ່ານຮອງນາຍົກລັດຖະມົນຕີ Vu Van Ninh
ຕ້ອນຮັບທ່ານ Michael J. Andrew, ປະທານກຸ່ມບໍລິສັດ KPMG
ພາບ:internet
|
(vovworld) - ຕອນບ່າຍວັນທີ 14/8 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ Vu Van Ninh ໄດ້ໃຫ້ການຕ້ອນຮັບທ່ານ Michael J. Andrew, ປະທານກຸ່ມບໍລິສັດ KPMG ທົ່ວໂລກ. ກຸ່ມບໍລິສັດ KPMG ຊື່ງລວມມີ: ບັນດາບໍລິສັດສະມາຊິກເຄີຍສະຫນອງບັນດາບໍລິການກວດສອບ, ພາສີ ແລະ ໃຫ້ຄຳປຶກສາ, ປະຈຸບັນພວມເຄື່ອນໄຫວຢູ່ 152 ປະເທດ ດ້ວຍພະນັກງານກວ່າ 145.000 ຄົນ. KPMG ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1994. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ຮັບຮູ້ບັນດາການປະກອບສ່ວນຂອງ KPMG ທີ່ມີຕໍ່ການພັດທະນາໃນຂົງເຂດກວດສອບ, ພາສີ ແລະ ໃຫ້ຄຳປຶກສາຂອງ ຫວຽດນາມ, ພິເສດ ໃນການປ່ຽນໃຫມ່ການຄຸ້ມຄອງ, ຍົກສູງລະດັບຄວາມຮູ້ບໍລິຫານ ແລະ ນຳໃຊ້ບັນດາມາດຕະຖານສາກົນ. ທ່ານ Michael J. Andrew ຢືນຢັນວ່າ: ຫວຽດນາມ ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງໃນບັນດາປະເທດອາຊີຕາເວັນອອກສຽງໃຕ້. ກຸ່ມບໍລິສັດ KPMG ໝັ້ນໝາຍ ສືບຕໍ່ມີຫນ້າຢູ່ ຫວຽດນາມເພື່ອສະຫນອງບັນດາບໍລິການດັ່ງກ່າວໃຫ້ແກ່ວິສາຫະກິດ ຫວຽດນາມ ກໍຄືນັກລົງທຶນຕ່າງປະເທດ./.