ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເຮັດວຽກກັບຄະນະຊີ້ນຳຂອງ ລາວ ກ່ຽວກັບໂຄງການຫໍສະພາແຫ່ງຊາດລາວ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ  ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ມີການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ແຕ່ວັນທີ 31 ຕຸລາ - 01 ພະຈິກ 2017
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເຮັດວຽກກັບຄະນະຊີ້ນຳຂອງ ລາວ ກ່ຽວກັບໂຄງການຫໍສະພາແຫ່ງຊາດລາວ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເຮັດວຽກກັບຄະນະຊີ້ນຳຂອງ ລາວ ກ່ຽວກັບໂຄງການຫໍສະພາແຫ່ງຊາດລາວ)

ຕາມຄຳເຊີນຂອງ ທ່ານຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຊີ້ນຳຂອງລາວ ກ່ຽວກັບໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ສົມພັນ ແພງຄຳມີ. ທີ່ການເຮັດວຽກ ໃນຕອນບ່າຍວັນທີ 31 ຕຸລາ ຢູ່ນະຄອນຫຼວງວຽງຈັນ, ສອງຝ່າຍພ້ອມກັນກວດກາຄືນບັນດາວຽກງານທີ່ກ່ຽວຂ້ອງເຖິງໂຄງການ ແລະ ຢັ້ງຢືນຄຳໝັ້ນສັນຍາວ່າ ຈະສົມທົບກັນໃຫ້ດີທີ່ສຸດເພື່ອກໍ່ສ້າງໂຄງການຫໍສະພາແຫ່ງຊາດລາວ ເພື່ອຕອບສະໜອງບັນດາມາດຕະຖານຂອງກິດຈະກຳທັນສະໄໝດ້ວຍສະຖາປັດຕະຍາກຳທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳລາວ, ຮັບປະກັນໃຫ້ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດສົມເປັນອົງການສິດແຫ່ງອຳນາດສູງສຸດຂອງປະຊາຊົນລາວ.

ພາຍຫຼັງການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ແລະ ທ່ານ ສົມພັນ ແພງຄຳມີ, ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຊີ້ນຳກ່ຽວກັບໂຄງການຫໍສະພາແຫ່ງຊາດລາວ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ໄດ້ໄປສຳຫຼວດຕົວຈິງສະຖານທີ່ຈັດຕັ້ງພິທີວາງສີລາລຶກ ແລະ ເຂດກໍ່ສ້າງຫໍສະພາແຫ່ງຊາດລາວ.

ຕອບກັບ

ຂ່າວ/ບົດ​ອື່ນ